(ສພຊ) – ຕອນສວາຍວັນທີ 13 ມີນານີ້, ກົມສື່ມວນຊົນ ໄດ້ຕ້ອນຮັບ ແລະ ນຳພາ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງກະສິກຳ ແລະ ປ່າໄມ້ ຈຳນວນ 30 ສະຫາຍ ເຊິ່ງນຳໂດຍສະຫາຍ ສົມຫວັງ ພິມມະສອນ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້ ຢ້ຽມຊົມຫ້ອງມູນເຊື້ອສະພາແຫ່ງຊາດ.
ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX).
(ນາງ ອາລິນ ສຸພິມມະປະດິດ)