(ສພຊ) – ຕອນເຊົ້າວັນທີ 27 ກຸມພານີ້, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈຳນວນ 21 ສະຫາຍ ເຊິ່ງນຳໂດຍສະຫາຍ ນາງ ນຸ້ຍ ສັງວິບຸດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ປະທານສະຫະພັນແມ່ຍິງ ກະຊວງ ຍທຂ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ. ທັງນີ້, ກໍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນສະພາແຫ່ງຊາດ ຄົບຮອບ 28 ປີ (12/1996-12/2024) ທັງເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ-ຂອງພັກ ປະຈຳປີ 2025; ພ້ອມກັນນັ້ນ, ກໍເພື່ອຂ່ຳນັບຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ສະໄໝທີ XII, ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ ສະໄໝທີ VIII ແລະ ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານກະຊວງ ຍທຂ ສະໄໝທີ VIII.

ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX); ພ້ອມນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ນາງ ອາລິນ ສຸພິມມະປະດິດ)