(ສພຊ) – ວັນສຸກທີ 23 ພຶດສະພາຜ່ານມາ, ກົມສື່ມວນຊົນ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາ 3 ອົງການຈັດຕັ້ງມະຫາຊົນກົມແຜນການ, ກະຊວງສຶກສາທິການ ແລະ ກິລາ ຈຳນວນ 20 ທ່ານ ເຊິ່ງນຳໂດຍທ່ານ ສີທອງ ສີຂາວ ຫົວໜ້າກົມແຜນການ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ.

ການມາຢ້ຽມຊົມໃນຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.

(ນາງ ໄຊໂສພາພອນ ມິ່ງມຸງຄຸນ)