(ສພຊ) – ຕອນສວາຍວັນທີ 19 ກຸມພານີ້, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງສາທາລະນະສຸກ ຈຳນວນ 30 ສະຫາຍ ເຊິ່ງນຳໂດຍປະທານ ແລະ ເລຂາ 3 ອົງການດັ່ງກ່າວ ຢ້ຽມຊົມຫ້ອງປະຊຸມໃຫຍ່ ແລະ ຫ້ອງມູນເຊື້ອສະພາແຫ່ງຊາດ; ການມາຢ້ຽມຊົມຄັ້ງນີ້ ເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ-ຂອງພັກ ປະຈຳປີ 2025 ເຊິ່ງໄດ້ຮັບຟັງ ການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)