3 ຄໍາຖາມເຈາະຈີ້ມຕໍ່ການສະຫຼຸບຕີລາຄາການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

​ພ.ຈ. 13, 2025

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້, ພາຍຫຼັງທີ່ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາໃນປັດຈຸບັນ ໂດຍສະເໜີໃຫ້ບັນດາທ່ານ ສສຊ ລົງເລິກມີຄຳເຫັນ ແລະ ເຈາະຈີ້ມເພີ່ມຕື່ມ ເພື່ອໃຫ້ລັດຖະບານນຳໄປປັບປຸງແກ້ໄຂ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ມີຜົນສຳເລັດ ເຊິ່ງທ່ານມີບາງຄໍາເຫັນເຈາະຈີ້ມດັ່ງນີ້:
1. ຜ່ານການຮັບຟັງການລາຍງານຂອງລັດຖະບານ ບັນດາທ່ານຜູ້ແທນເຫັນວ່າການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ (2021-2025) ຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງແລ້ວ ຫຼື ບໍ່? ໂດຍອີງໃສ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 10/8/2021, ສະບັບເລກທີ 111/ສພຊ, ລົງວັນທີ 21/11/2023, ຖ້າເຫັນວ່າຍັງມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງ ກໍສະເໜີໃຫ້ຜູ້ແທນມີຄໍາເຫັນເພີ່ມຕື່ມ ໂດຍສະເພາະຜ່ານການຕິດຕາມກວດກາຂອງຜູ້ແທນຢູ່ເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.
2. ຕໍ່ກັບຄາດໝາຍ, 5 ວຽກງານຈຸດສຸມ ແລະ ມາດຕະການຂອງວາລະແຫ່ງຊາດ, ບັນດາທ່ານເຫັນວ່າ ສາມາດປະຕິບັດຕາມມະຕິສະພາແຫ່ງຊາດແລ້ວ ຫຼື ບໍ່? ຜ່ານການຕິດຕາມກວດກາຂອງບັນດາທ່ານຜູ້ແທນ ເຫັນວ່າມີຂໍ້ຫຍຸ້ງຍາກ, ຂໍ້ສະດວກແນວໃດ? ສາມາດຖອດຖອນບົດຮຽນໄດ້ຄືແນວໃດ? ສະເໜີບັນດາທ່ານສະມາຊິກສະພາແຫ່ງຊາດປະກອບຄໍາເຫັນເພີ່ມຕື່ມ.
3. ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າຕາມການສະເໜີຂອງລັດຖະບານ ທີ່ໃຫ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030), ສະເໜີບັນດາທ່ານຜູ້ແທນມີຄໍາເຫັນເພີ່ມຕື່ມ ໂດຍສະເພາະການປະຕິບັດບັນດາຄາດໝາຍ ແລະ ວຽກງຈຸດສຸມທີ່ຍັງຄົງຄ້າງໃນໄລຍະຜ່ານມາ.