ຕອນເຊົ້າວັນທີ 31ມີນາ 2022 ສະພາປະຊາຊົນແຂວງຫົວພັນ ໄດ້ຈັດພິທີ ລົງນາມເຊັນບົດບັນທຶກຂອດການປະສານງານ ລະຫວ່າງ 3 ຄະນະກຳມະການ ຂອງສະພາປະຊາຊົນແຂວງຫົວພັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງຫົວພັນ
ໃຫ້ກຽດເຂົ້າຮ່ວມເປັນປະທານພິທີຄັ້ງນີ້ ມີທ່ານ ຄອນປະພັນ ເລືອງສີຈັນທອງ ຄະນະປະຈຳພັກແຂວງ ຮອງປະທານ ສະພາປະຊາຊົນແຂວງ; ເຊິ່ງວາລະລົງນາມເຊັນບົດບັນທຶກດັ່ງກ່າວໂດຍແມ່ນ ປະທານຄະນະກຳມະການ ທັງ 3 ຄະນະກຳມະການ ແລະຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ເປັນຕົ້ນຂົງເຂດຍຸຕິທຳປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຂົງເຂດວັດທະນະທຳ – ສັງຄົມ, ຂົງເຂດເສດຖະກິດ ແລະ ບັນດາທະນາຄານ ສາຂາ ແຂວງຫົວພັນ ແລະ ແຂກທີ່ມີກຽດເຂົ້າຮ່ວມເປັນສັກຂີພິຍານ.


ພິທີເຊັນບົດບັນທຶກໃນຄັ້ງນີ້, ເພື່ອເປັນການກຳນົດບັນດາ ແຜນວຽກ, ວິທີການ, ຂັ້ນຕອນ ໃນຂອດປະສານງານໃຫ້ມີຄວາມສະດວກວ່ອງໄວ ລະຫວ່າງ 3 ຄະນະກຳມະການ ຂອງສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ມີປະສິດທິພາບ, ປະສິດທິຜົນ,ຮັດກຸມ ແລະ ທັນກຳນົດເວລາ ສາມາດຮັບປະກັນດ້ານເນື້ອໃນຖືກຕ້ອງ ແລະ ສະໜອງຂໍ້ມູນຕ່າງໃຫ້ກັນ ແລະ ກັນໄດ້ຢ່າງວ່ອງໄວ, ທັນການ ໂປ່ງໃສ, ຍຸຕິທຳ, ຊັດເຈນ ແລະ ຮັບປະກັນຄວາມຖືກຕ້ອງຕາມຂັນຕອນລະບຽບກົດໝາຍທີ່ກຳນົດໄວ້.

ພາບ ແລະ ຂ່າວ: ເວີນ ແກ້ວບຸນມີ