ກອງປະຊຸມ ຕິດຕາມ, ຊຸກຍູ້ວຽກງານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອຸດົມໄຊ.
ວັນທີ 26 ມັງກອນ 2026 ນີ້, ທ່ານ ວິໄລວັນ ບຸດດາຄໍາ ກຳມະການສູນກາງພັກ, ຮອງປະທານກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານການເລືອກຕັ້ງສະມາ ຊິກສະ ພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອຸດົມໄຊ ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງ(ຄລຂ)ອຸດົມໄຊ ພ້ອມດ້ວຍບັນດາຄະນະກຳມະການ, ຫົວໜ້າ-ຮອງຫົວໜ້າອະນຸກຳມະການ ແລະ ກອງເລຂາຊ່ວຍວຽກຄະນະກຳມະການເລືອກຕັ້ງແຂວງ, ປະທານ-ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນ 7 ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.




ທ່ານ ຄໍາດີ ວົງລ້ອມ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ປະທານສະພາປະຊາຊົນແຂວງ ໄດ້ລາຍງານການກະກຽມວຽກງານຮອບດ້ານ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເຊິ່ງເປັນວຽກງານຈຸດສຸມບຸລິມະສິດສູງສຸດໃນການກະກຽມຢ່າງຮີບຮ້ອນ ແລະ ມີແບບແຜນແຕ່ຫົວທີ ໂດຍການຫັນນິຕິກຳ ແລະ ເນື້ອໃນຈິດໃຈຂອງສູນກາງມາເປັນແຜນການເຄື່ອນໄຫວທີ່ລະອຽດ, ສ້າງບັນຍາກາດການເມືອງທີ່ຟົດຟື້ນ ແລະ ກວ້າງຂວາງ ຕາມແຜນດຳເນີນງານ 3 ໄລຍະ ແລະ 4 ບາດກ້າວ ຄື: ໄລຍະທີ 1 ດໍາເນີນບາດກ້າວທີ 1 ກະກຽມນິຕິກຳຮັບໃຊ້ການເລືອກຕັ້ງ, ໄລຍະທີ 2 ດຳເນີີນບາດ ກ້າວທີ 2 ຜັນຂະຫຍາຍ ແລະ ບາດກ້າວທີ 3 ຕິດຕາມກວດກາ, ໄລຍະທີ 3 ດຳເນີນບາດກ້າວທີ 4 ພາຍຫຼັງສຳເລັດການເລືອກຕັ້ງ ແລະ ໄດ້ກະກຽມປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 4 ຊຸດທີ X ແລະ ສສຂ ຊຸດທີ V; ສືບຕໍ່ເກັບກໍາສະຖິຕິຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງ; ປະເມີນຄືນການກະກຽມອຸປະກອນຮັບໃຊ້ການເລືອກຕັ້ງໃຫ້ທັນຕາມກໍານົດເວລາ; ສືບຕໍ່ຈັດພິມ ແລະ ຜະລິດອຸປະກອນຮັບໃຊ້ຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ ເປັນຕົ້ນ: ຫີບບັດ, ບັດລົງຄະແນນສຽງ, ປະຫວັດຜູ້ສະໝັກ, ໃບຢັ້ງຢືນຂອງຜູ້ມີສິດປ່ອນບັດເລືອກຕັ້ງ, ບັດຕິດເອິກຂອງອະນຸຮັບຜິດຊອບຕ່າງໆ ແລະ ອື່ນໆ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໃນການຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານກ່ຽວກັບການເລືອກຕັ້ງໃຫ້ສໍາເລັດຕາມລະດັບຄາດໝາຍ.





ກອງປະຊຸມຍັງໄດ້ຮັບຟັງການລາຍງານ ການກະກຽມວຽກງານຮອບດ້ານ ຂອງຄະນະກໍາມະການເລືອກຕັ້ງ 7 ເມືອງ ແລະ ຫຼັງຈາກນັ້ນ, ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງສ້າງສັນ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການກະກຽມການເລືອກຕັ້ງຄັ້ງນີ້ ທີ່ຈະຈັດຂຶ້ນໃນວັນອາທິດທີ 22 ກຸມພາ 2026 ມີຄວາມພ້ອມຮອບດ້ານ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍ 4 ດ້ານຄື: 1. ນໍາພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2. ນໍາພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການ 100%, 3. ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%, 4. ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກຳນົດເວລາ 100%.
ພາບ/ຂ່າວ: ສະພາປະຊາຊົນແຂວງ.