(ສພຊ) – ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການປະກາດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຊິ່ງທ່ານໃຫ້ຮູ້ວ່າ: ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດສະບັບເລກທີ 311/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍການປະກາດເອົາວັນອາທິດ ກົງກັບວັນທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ວັນທີ 22 ກຸມພາທີ່ຈະມາເຖິງນີ້, ເປັນວັນມີຄວາມໝາຍສຳຄັນທາງປະຫວັດສາດ ແລະ ຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອຳນາດລັດ ເຊິ່ງເປັນອຳນາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂອງລັດຖະທຳມະນູນ ສະບັບປີ 2025; ວັນທີ 22 ກຸມພາ 2026 ເປັນວັນທີ່ປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງທົ່ວປະເທດ ຈະໄດ້ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕາງໜ້າຕົນປະຕິບັດສິດອຳນາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງທ້ອງຖິ່ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ພົນລະເມືອງລາວ, ນິຕິບຸກຄົນ ແລະ ການຈັດຕັ້ງ, ພ້ອມກັນສູ້ຊົນພັດທະນາປະເທດຊາດ ເພື່ອເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງກະກຽມທາງດ້ານຈິດໃຈ, ເຫື່ອແຮງ ເພື່ອເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

