(ສພຊ) – ຕອນບ່າຍວັນຈັນທີ 6 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບຄອມພິວເຕີຕັ້ງໂຕະ 2 ໜ່ວຍ ແລະ ຄອມພິວເຕີຕັ້ງຕັກ 20 ໜ່ວຍ ລວມມູນຄ່າ 170 ລ້ານກີບ ຈາກສະມາຄົມ FRIENDS OF LAOS ປະຈໍາລາວ ແລະ ບໍລິສັດ ມາຣູ ອຸດສາຫະກໍາປູກໄມ້ ຈໍາກັດຜູ້ດຽວ, ຕາງໜ້າກ່າວມອບໂດຍທ່ານ Yo Woon shik ປະທານຄະນະບໍລິຫານງານສະມາຄົມ FRIENDS OF LAOS ປະຈໍາລາວ, ທ່ານ ນາງ Kim jiyoung ປະທານບໍລິສັດ ມາຣູ ອຸດສາຫະກໍາປູກໄມ້ ຈໍາກັດຜູ້ດຽວ ແລະ ຕາງໜ້າກ່າວຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທ່ານ ປອ. ອາຄົມ ປຣະເສີດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະປະຈໍາສະພາແຫ່ງຊາດ ເພື່ອຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳຄັ້ງນີ້.
(ນາງ ກຸກກິກ ບຸດດາໄຊ)