(ສພຊ) – ວັນທີ 14 ມິຖຸນາຜ່ານມາ, ໄດ້ພິທີເຊັນສັນຍາຮ່ວມມືທຸລະກິດບໍລິການດ້ານກົດໝາຍລະຫວ່າງບໍລິສັດ ເຟີງສຽວຫຼົງ ຈຳກັດຜູ້ດຽວ ກັບ ບໍລິສັດ ຢຸນນານ ທຽນວາຍທຽນ ທີ່ປຶກສາກົດໝາຍ ແລະ ເປີດສາຂາທີ່ປຶກສາກົດໝາຍປະຈຳ ສປປລາວ ມີສຳນັກງານຫ້ອງການຕັ້ງຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ເຂົ້າຮ່ວມມີທ່ານ ມອນໄຊ ລາວມົ່ວຊົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ຄໍາແພງ ວິລະພັນ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ບັນດານັກທຸລະກິດຈີນທີ່ມາລົງທຶນຢູ່ລາວ ແລະ ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງຂອງ ສປປລາວ.
ໃນພິທີ, ທ່ານ ເຟີງ ສຽວຫຼົງ ປະທານບໍລິສັດ ເຟີງສຽວຫຼົງ ຈຳກັດຜູ້ດຽວ ແລະ ທ່ານ ຈາງ ຢີ ທີ່ປຶກສາດ້ານກົດໝາຍ, ຫົວໜ້າຫ້ອງການບໍລິສັດ ຢຸນນານ ທຽນວາຍທຽນລາວ ຈຳກັດ ໄດ້ກ່າວວ່າ: ການຮ່ວມມືຂອງສອງບໍລິສັດຄັ້ງນີ້ ເພື່ອເປີດຫ້ອງການທີ່ປຶກສາດ້ານກົດໝາຍຢູ່ ສປປລາວ ໂດຍໃຫ້ບໍລິການທາງດ້ານກົດໝາຍສາກົນ ແລະ ກົດໝາຍລາວ ແກ່ນັກລົງທຶນທັງພາຍໃນ ແລະ ຕ່າາງປະເທດ ເພື່ອສ້າງຄວາມເຊື່ອໝັ້ນຕໍ່ນັກລົງທຶນໃຫ້ເຂົ້າມາລົງທຶນຢູ່ລາວ ມີຈຳນວນເພີ່ມຂຶ້ນເລື້ອຍໆ ເຊິ່ງຈີນເປັນປະເທດໜຶ່ງທີ່ມີນັກທຸລະກິດເຂົ້າມາລົງທຶນຢູ່ລາວເປັນອັນຕົ້ນໆ ແລະ ການລົງທຶນ ກໍຕ້ອງປະຕິບັດຕາມກົດໝາຍຂອງລາວ ໂດຍສະເພາະກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ເຊິ່ງການເຂົ້າມາລົງທຶນຢູ່ລາວ ແນ່ນອນຍັງມີບາງບໍລິສັດ ກໍຄືຫົວໜ່ວຍທຸລະກິດຕ່າງປະເທດ ບໍ່ທັນເຂົ້າໃຈດ້ານກົດໝາຍ ແລະ ລະບຽບການລົງທຶນຕ່າງໆຂອງລາວເທົ່າທີ່ຄວນ; ດັ່ງນັ້ນ, ສອງບໍລິສັດຈຶ່ງໄດ້ຮ່ວມມືກັນສ້າງຕັ້ງຫ້ອງການທີ່ປຶກສາປະຈຳລາວ ເພື່ອເຮັດໜ້າທີ່ໃຫ້ການບໍລິການດ້ານກົດໝາຍສາກົນ ແລະ ກົດໝາຍລາວ ບໍ່ວ່າຈະໃຫ້ຄຳປຶກສາ ແລະ ໃຫ້ຂໍ້ມູນດ້ານກົດໝາຍຕ່າງໆ ເພື່ອເຮັດໃຫ້ການດຳເນີນທຸລະກິດຂອງບັນດາຫົວໜ່ວຍທຸລະກິດຢູ່ລາວ ຖືກຕ້ອງຕາມກົດໝາຍ ແລະ ເຮັດໃຫ້ທຸລະກິດຂອງບໍລິສັດມີຜົນສຳເລັດເປັນກ້າວໆ ພ້ອມກັນສ້າງສາພັດທະນາປະເທດລາວໃຫ້ຈະເລີນຮຸ່ງເຮືອງສີວິໄລ.
(ວຽງຈັນໃໝ່/VientianeMai’s post)