12 ວຽກຈຸດສຸມດ້ານເສດຖະກິດ ທີ່ລັດຖະບານສາມາດປະຕິບັດໄດ້

​ພ.ຈ. 10, 2025

(ສພຊ) – ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ແຜນປີ 2025 ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2026 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໂດຍສະເພາະຂົງເຂດເສດຖະ ກິດ ເຊິ່ງສາມາດສັງລວມຜົນສໍາເລັດໄດ້ດັ່ງນີ້:
1. ການຂະຫຍາຍຕົວທາງດ້ານເສດຖະກິດ: ຕາມແຜນການ 5 ປີ ກຳນົດ 4.24% ຕໍ່ປີ (ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%), ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວ 2.9% ກວມເອົາ 19.4% ຂອງ GDP (ແຜນການ 5 ປີ: ຂະຫຍາຍຕົວ 2.5% ກວມເອົາ 15.3% ຂອງ GDP); ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 4.7% ກວມເອົາ 32.5% ຂອງ GDP (ແຜນການ 5 ປີ: ຂະຫຍາຍຕົວ 4.1% ກວມເອົາ 32.3% ຂອງ GDP); ຂະແໜງບໍລິການ ຂະຫຍາຍຕົວ 4.5% ກວມເອົາ 36.6% ຂອງ GDP (ແຜນການ 5 ປີ: ຂະ ຫຍາຍຕົວ 6% ກວມເອົາ 41.3% ຂອງ GDP) ແລະ ພາສີອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 3.8% ກວມເອົາ 11.5% ຂອງ GDP (ແຜນການ 5 ປີ: ຂະຫຍາຍຕົວ 5.8% ກວມເອົາ 11.7% ຂອງ GDP).
2. ການປະຕິບັດແຜນງົບປະມານແຫ່ງລັດ: ສາມາດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ, ການຂາດດຸນງົບ ປະມານຫຼຸດລົງ ແລະ ກ້າວໄປສູ່ການເກີນດຸນ ຈາກຂາດດຸນ 1% ມາເປັນ ເກີນດຸນ 1.4% ຫຼື ຈາກຂາດດຸນ 10,500 ຕື້ກີບ ມາເປັນ ເກີນດຸນ 18,385.75 ຕື້ກີບ ໜີ້ສິນຫຼຸດລົງຈາກ 112% ຂອງ GDP ໃນປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025 ສັງລວມໄດ້ດັ່ງນີ້:
1) ດ້ານລາຍຮັບງົບປະມານ: 5 ປີຜ່ານມາ ປະຕິບັດໄດ້ 251,910.8 ຕື້ກັບ ເທົ່າກັບ 140% ຂອງແຜນການ 5 ປີ ຫຼື ເທົ່າກັບ 18.65 % ຂອງ GDP (ແຜນການ 5 ປີ: ໃຫ້ໄດ້ 179,500 ຕື້ກີບ ຫຼື ເທົ່າກັບ 17% ຂອງ GDP); ສໍາລັບປີ 2025 ປະ ຕິບັດໄດ້ 60,580 ຕື້ກີບ ເທົ່າກັບ 86% ຂອງແຜນການປີ ຫຼື ເທົ່າກັບ 14.62% ຂອງ GDP; ຄາດຄະເນໝົດປີ 2025 ຈະສາມາດຈັດເກັບລາຍຮັບໄດ້ 77,607 ຕື້ກີບ ເທົ່າກັບ 114% ຂອງແຜນການປີ ເທົ່າກັບ 20% ຂອງ GDP (ເກີນແຜນປະ ມານ 9,508 ຕື້ກີບ).
2) ດ້ານລາຍຈ່າຍງົບປະມານ: ໄລຍະ 5 ປີ ສາມາດປະຕິບັດລາຍຈ່າຍໄດ້ 233,515.02 ຕື້ກີບ ເທົ່າກັບ 123% ຂອງແຜນການ 5 ປີ ຫຼື ເທົ່າກັບ 17.27% ຂອງ GDP (ແຜນການ 5 ປີ: 190,000 ຕື້ກີບ ຫຼືເທົ່າກັບ 18% ຂອງ GDP); ປີ 2025 ປະຕິບັດໄດ້ 49,083 ຕື້ກີບ ເທົ່າກັບ 68% ຂອງແຜນການປີ ຫຼື ເທົ່າກັບ 12.51% ຂອງ GDP, ຄາດຄະເນແຜນລາຍຈ່າຍໝົດປີ 2025 ຈະປະຕິບັດໄດ້ຕາມແຜນການທີ່ ສພຊ ຮັບຮອງ (71,850 ຕື້ກີບເທົ່າກັບ ​19,16% GDP).
– ການແກ້ໄຂໜີ້ສິນຕ່າງປະເທດ ໄລຍະປີ 2021-2024 ສາມາດແກ້ໄຂໜີ້ການລົງທືນຂອງລັດໄດ້ 19,871.81 ຕື້ກີບ ແລະ ໄດ້ຄົ້ນຄວ້ານະໂຍບາຍຫັນໜີ້ເປັນທຶນ, ຄົ້ນຄວ້າຮູບແບບການແກ້ໄຂໜີ້ສິນແບບມີສ່ວນຫຼຸດ ໂດຍນໍາໃຊ້ເງິນເກີນແຜນບ້ວງ 50% ປີ 2024 ຂອງສູນກາງ ຈໍານວນ 800 ຕື້ກີບ ໄປພ້ອມໆກັບການຈັດສັນງົບປະມານການລົງທຶນຂອງລັດ ພາກປົກກະຕິ.
3. ການຮັກສາສະຖຽນລະພາບດ້ານເງິນຕາ: ຮັກສາສະຖຽນລະພາບໃຫ້ຄ່າເງິນກີບ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສຳຮອງເງິນຕາຕ່າງປະເທດ, ຄວບຄຸມອັດຕາເງິນເຟີ້ ແລະ ຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມໝັ້ນທ່ຽງ ເຮັດໃຫ້ອັດ ຕາເງິນເຟີ້ຫຼຸດລົງ; ປັດຈຸບັນ ສາມາດຢັບຢັ້ງອັດຕາແລກປ່ຽນໃຫ້ມີຄວາມສະຖຽນ ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກ ປ່ຽນໃນລະບົບ ແລະ ນອກລະບົບ ຫຍັບເຂົ້າໃກ້ກັນ; ຮອດປັດຈຸບັນ ຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າ ໄດ້ 5.12 ເດືອນ (ຄາດໝາຍ ສພຊ ແມ່ນ 3 ເດືອນ); ໄດ້ດຳເນີນນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ລວມວົງເງິນກູ້ຢືມຈາກທະນາຄານກາງ 4,755.20 ຕື້ກີບ; ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ອະນຸມັດວົງເງິນ 2,240.39 ຕື້ກີບ, ໄດ້ເບີກຖອນເງິນກູ້ຕົວຈິງ 2,104.75 ຕື້ກີບ ກວມເອົາ 93.95%.
4. ການຮັກສາສະຖຽນລະພາບດ້ານລາຄາສິນຄ້າ: ລັດຖະບານໄດ້ມີການປັບປຸງໂຄງສ້າງລາຄານໍ້າມັນເຊື້ອໄຟ ໂດຍຕັດຄ່າກອງທຶນທາງ, ຄ່າຍອດສານມາກເກີ, ຄ່າທຳນຽມການກວດກາຄຸນນະພາບ, ປະລິມານນໍ້າມັນ ແລະ ກອງທຶນນໍ້າມັນ ອອກຈາກໂຄງສ້າງລາຄານໍ້າມັນ ໂດຍໃຫ້ກະຊວງການເງິນ ຈັດເກັບພາສີ-ອາກອນຕາມກົດໝາຍ ແລະ ຂຶ້ນແຜນງົບປະ ມານໃນແຕ່ລະປີໃຫ້ແກ່ວຽກຕ່າງໆ.
5. ການຜະລິດກະສິກໍາເປັນສິນຄ້າ: 5 ປີຜ່ານມາ ການຜະລິດເຂົ້າເປືອກປະຕິບັດໄດ້ 18.91 ລ້ານໂຕນ (ແຜນ ການ 5 ປີ: 3.5-4 ລ້ານໂຕນຕໍ່ປີ), ສະເພາະປີ 2025 ໄດ້ 3.77 ລ້ານໂຕນ ເທົ່າກັບ 96.6% ຂອງແຜນການປີ (ແຜນການປີ 3.9 ລ້ານໂຕນ); ຜະລິດພືດສະບຽງອາຫານ ປະຕິບັດໄດ້ 2.41 ລ້ານກວ່າໂຕນຕໍ່ປີ (ແຜນການ 5 ປີ: ສະເລ່ຍ 2.12 ລ້ານໂຕນຕໍ່ປີ); ຜະລິດພືດເປັນສິນຄ້າ ປະຕິບັດໄດ້ 9.57 ລ້ານກວ່າໂຕນຕໍ່ປີ (ແຜນການ 5 ປີ: ສະເລ່ຍ 7.4 ລ້ານໂຕນຕໍ່ປີ), ສຳ ລັບປີ 2025 ບັນລຸໄດ້ 12.37 ລ້ານໂຕນ ລື່ນຄາດໝາຍ 30.21% (ແຜນການແມ່ນ 9.5 ລ້ານໂຕນ); ສົ່ງອອກຜົນຜະລິດກະສິກໍາ ໃນ 5 ປີ ປະຕິບັດໄດ້ 7,890 ລ້ານໂດລາ ຫຼື ສະເລ່ຍເທົ່າກັບ 1,578 ລ້ານໂດລາຕໍ່ປີ ລື່ນແຜນການ 31.49% (ແຜນການ 5 ປີ: 1,200 ລ້ານໂດລາຕໍ່ປີ). ສະເພາະ 10 ເດືອນ ປີ 2025 ປະຕິບັດໄດ້ 1,507.72 ລ້ານໂດລາ ລື່ນແຜນການ 0.51% (ແຜນການຕາມ ສພຊ ຮັບຮອງ 1,500 ລ້ານໂດລາ). ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະ ຕິບັດໄດ້ 14,961 ຕື້ກີບ ເທົ່າກັບ 76.22% ຂອງແຜນການ, ເພີ່ມຂຶ້ນ 11.58% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໝົດປີຄາດວ່າຈະບັນລຸໄດ້ຕາມແຜນການປີ ຄື 19,629 ຕື້ກີບ.
6. ດ້ານການລົງທຶນ: ໃນ 5 ປີ ລະດົມທຶນໄດ້ 342,406 ຕື້ກີບ ເທົ່າກັບ 167% ຂອງແຜນການ 5 ປີ (ແຜນການ 5 ປີ 204,599 ຕື້ກີບ), ໃນນີ້: ການລົງທຶນຈາກງົບປະມານຂອງລັດພາຍໃນ ປະຕິບັດໄດ້ 22,080 ຕື້ກີບ ເທົ່າກັບ 96% ຂອງແຜນການ 5 ປີ (ແຜນການ 5 ປີ 22,950 ຕື້ກີບ), ສະເພາະ 10 ເດືອນ ປີ 2025 ບັນລຸໄດ້ 3,924.5 ຕື້ກີບ ເທົ່າກັບ 57% ຂອງແຜນການປີ (ແຜນການປີ 6,250 ຕື້ກີບ); ການລົງທຶນຂອງລັດຈາກ ODA ປະຕິບັດໄດ້ 54,493 ຕື້ກີບ ເທົ່າກັບ 146% ຂອງແຜນການ 5 ປີ (ແຜນການ 5 ປີ 37,344 ຕື້ກີບ) ສະເພາະປີ 2025 ປະຕິບັດໄດ້ 7,092.56 ຕື້ກີບ ເທົ່າກັບ 38.77% ຂອງແຜນການປີ (ແຜນການປີ 18,300 ຕື້ກີບ) ແລະ ການລົງທຶນຈາກເອກະຊົນພາຍໃນ ແລະ ຈາກຕ່າງ ປະເທດ ປະຕິບັດໄດ້ 266,494 ຕື້ກີບ ເທົ່າກັບ 266% ຂອງແຜນການ 5 ປີ (ແຜນການ 5 ປີ 100,000 ຕື້ກີບ), ສະເພາະ 10 ເດືອນ ປີ 2025 ໄດ້ອະນຸມັດການລົງທຶນມີມູນຄ່າ 5,183.66 ລ້ານໂດລາ ເຊິ່ງເຫັນວ່າມີທ່າອຽງເພີ່ມຂຶ້ນ.
7. ການຄຸ້ມຄອງໂຄງການບໍ່ແຮ່: ໄລຍະ 3 ປີ ສາມາດສ້າງລາຍຮັບໄດ້ 5,024 ລ້ານໂດລາ ຫຼື ເທົ່າກັບ 61,039 ຕື້ກີບ ເທົ່າກັບ 64.14% ຂອງແຜນການ; ການຜະລິດແຮ່ທາດ ປະຕິບັດໄດ້ 169,488 ຕື້ກີບ ເທົ່າກັບ 202.06% ຂອງແຜນການ 5 ປີ (ແຜນການ 5 ປີ: 56,111 ຕື້ກີບ), ຈໍາໜ່າຍແຮ່ທາດທັງພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 13,370 ລ້ານໂດລາ ເທົ່າກັບ 160.39% ຂອງແຜນການ 5 ປີ (ແຜນການ 5 ປີ: 8,336 ລ້ານໂດລາ); ໄລຍະ 10 ເດືອນ ປີ 2025 ສາມາດຜະລິດແຮ່ທາດໄດ້ 36,175 ຕື້ກີບ ເທົ່າກັບ 104% ຂອງແຜນກາ, ເພີ່ມຂຶ້ນ 5% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໝົດປີຄາດວ່າຈະສາມາດປະຕິບັດໄດ້ 44,833 ຕື້ກີບ ເທົ່າກັບ 129% ຂອງແຜນການ (ມະຕິ ສພຊ: 34,630 ຕື້ກີບ).
8. ດ້ານພະລັງງານ: ໄລຍະ 5 ປີ ສາມາດຜະລິດພະລັງງານໄຟຟ້າໄດ້ 251,052 ລ້ານກິໂລວັດໂມງ ເທົ່າກັບ 90.93% ຂອງແຜນການ 5 ປີ (ແຜນການ 5 ປີ: 276,096 ລ້ານກິໂລວັດໂມງ) ຄິດເປັນມູນຄ່າ 259,603 ຕື້ກີບ ເທົ່າກັບ 184.27% ຂອງແຜນການ 5 ປີ (ແຜນການ 5 ປີ: 140,879 ຕື້ກີບ); ໃນໄລຍະ 10 ເດືອນ ປີ 2025 ສາ ມາດຜະລິດໄດ້ 41,777 ລ້ານ ກິໂລວັດໂມງ ເທົ່າກັບ 78.15% ຂອງແຜນການ, ໝົດປີຄາດວ່າຈະປະຕິບັດໄດ້ 56,370 ລ້ານກິໂລວັດໂມງ ເທົ່າກັບ 105.45% ຂອງແຜນການ ຄິດເປັນມູນຄ່າ 73,123 ຕື້ກີບ; ການສົ່ງອອກກະແສໄຟຟ້າໄປຕ່າງປະເທດ ໄດ້ 195,602 ລ້ານກິໂລວັດໂມງ ເທົ່າກັບ 117.71% ຂອງແຜນການ 5 ປີ (ແຜນການ 5 ປີ: ໃຫ້ໄດ້ 128,721 ລ້ານກິໂລວັດໂມງ).
9. ການປະຕິຮູບລັດວິສາຫະກິດ: ໄດ້ສຸມໃສ່ປະຕິຮູບ 4 ລັດວິສາຫະກິດໃຫຍ່ຄື: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດການບິນລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ທະນາຄານນະໂຍບາຍ ເຊິ່ງມີຄວາມຄືບໜ້າພໍສົມຄວນ.
10. ການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານຄົມມະນາຄົມ ແລະ ຂົນສົ່ງ: 5 ປີຜ່ານມາ ສາມາດຍົກລະດັບເສັ້ນທາງໄດ້ 443.89 ກມ ເທົ່າກັບ 80.70% ຂອງແຜນການ 5 ປີ (ແຜນການ 5 ປີ: ໃຫ້ໄດ້ 550 ກມ). ປັດຈຸບັນ, ກຳລັງສຸມໃສ່ຈັດຕັ້ງປະຕິບັດເສັ້ນທາງຫຼວງແຫ່ງຊາດສາຍຫຼັກ ໂດຍມອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ; ສຳເລັດການກໍ່ສ້າງໂຄງການຂົວຂ້າມນໍ້າຂອງ 2 ແຫ່ງ ເຊັ່ນ: ຂົວມິດຕະພາບລາວ-ໄທ ແຫ່ງທີ V (ປາກຊັນ-ບຶງການ) ແລະ ຂົວຂ້າມນໍ້າຂອງກ້ອນຕື້ນ-ຫ້ວຍແກ້ວ, ແຂວງບໍ່ແກ້ວ; ໄດ້ເອົາໃຈໃສ່ກໍ່ ສ້າງໂຄງການກັນເຈື່ອນຕາມແຄມແມ່ນໍ້າຂອງ ແລະ ນໍ້າເຫືອງ ທີ່ເປັນຊາຍແດນລະຫວ່າງປະເທດ ແລະ ແມ່ນໍ້າສາຂາ ແລະ ໄດ້ເປີດໃຫ້ບໍລິການສະໜາມບິນພາຍໃນໜອງຄ້າງ ແຂວງຫົວພັນ ໃນປີ 2023, ສະໜາມບິນສາກົນແຫ່ງທີ 5 ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນປີ 2024. ການບໍລິການຂົນສົ່ງສິນຄ້າ ປະຕິບັດໄດ້ 59.2 ລ້ານໂຕນ ຫຼື ເທົ່າກັບ 130.66% ຂອງແຜນການ 5 ປີ (45.30 ລ້ານໂຕນ), ສະເພາະປີ 2025 ປະຕິບັດໄດ້ 15.52 ລ້ານໂຕນ ເທົ່າກັບ 103,6% ຂອງແຜນການປີ (14.97 ລ້ານໂຕນ); ການຂົນສົ່ງສິນຄ້າທາງລົດໄຟ (ລາວ-ຈີນ ແລະ ລາວ-ໄທ) ປະຕິບັດໄດ້ 16.16 ລ້ານໂຕນ ແລະ ການຂົນສົ່ງໂດຍສານ ປະຕິບັດໄດ້ 11.75 ລ້ານເທື່ອຄົນ.
11. ຂຶ້ນທະບຽນອອກໃບຕາດິນ: ແຕ່ປີ 2021 ຮອດເດືອນ 10 ປີ 2025 ຂຶ້ນທະບຽນອອກໃບຕາດິນໄດ້ 740.198 ຕອນ ເທົ່າກັບ 46% ຂອງແຜນການ (ແຜນການ 5 ປີ: 1.6 ລ້ານຕອນ), ສະເພາະ 10 ເດືອນຜ່ານມາປະຕິ ບັດໄດ້ 139,057 ຕອນ ເທົ່າກັບ 46.35% ຂອງແຜນການ (ແຜນການ: 300,000 ຕອນ); ໄດ້ສໍາຫຼວດວັດແທກຕອນດິນລໍຖ້າອອກໃບຕາດິນ 47,508 ຕອນ (ຂໍ້ມູນຮອດເດືອນກັນຍາ 2025); ໄດ້ດໍາເນີນການຫັນລະບົບຄຸ້ມຄອງທີ່ດິນເປັນທັນສະໄໝ ໂດຍໄດ້ສຳເລັດການສະແກນຂໍ້ມູນສຳນວນຕອນດິນຈາກລະບົບເຈ້ຍ ເປັນລະບົບດິຈິຕອນ ໄດ້ 430,000 ຕອນ.
12. ການແກ້ໄຂຜົນການກວດສອບ: ໄດ້ແກ້ໄຂຜົນການກວດສອບ ໂດຍໄດ້ມອບເຂົ້າງົບປະມານແຫ່ງລັດ 3.335,60 ຕື້ກີບ; ດ້ວຍການຈົດຮັບ-ຈົດຈ່າຍ ຈໍານວນ 172,51 ຕື້ກີບ, ເກັບກູ້ໄດ້ ແລະ ມອບເຂົ້າງົບປະມານ ຈໍານວນ 1.693,35 ຕື້ກີບ.