(ສພຊ) – ວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນານີ້, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ມີຄຳເຫັນຕໍ່ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ເຊິ່ງໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ 10 ມາດຕະການດັ່ງນີ້:
1. ເພີ່ມທະວີຄວາມເອົາໃຈໃສ່ໃນການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI, ມະຕິຂອງສະພາແຫ່ງຊາດ, ວຽກຈຸດສຸມຂອງ 2 ວາ ລະແຫ່ງຊາດ ໃນໄລຍະປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ຕິດພັນກັບແຜນເງິນຕາ ຄັ້ງທີ IX (2021-2025) ໃຫ້ມີຜົນສໍາເລັດຕາມຄາດໝາຍ.
2. ສືບຕໍ່ປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ 2 ວາລະແຫ່ງຊາດ ທີ່ຍັງມີຄວາມຄືບໜ້າໜ້ອຍ ໃຫ້ບັນລຸຕາມແຜນການ, ໃນນັ້ນ ສະເໜີໃຫ້ລັດຖະບານສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ເປັນຕົ້ນ:
1) ແກ້ໄຂບັນຫາເງິນເຟີ້ ຄຸ້ມຄອງໃຫ້ບັນລຸໄດ້ໜຶ່ງຕົວເລກຕາມມະຕິສະພາແຫ່ງຊາດ, ຄຸ້ມຄອງອັດຕາແລກປ່ຽນ ແລະ ຄຸ້ມຄອງລາຄາສິນຄ້າທີ່ຈໍາເປັນ ເປັນຕົ້ນອາຫານ, ນໍ້າມັນເຊື້ອໄຟ, ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ໂດຍສືບຕໍ່ຈັດຕັ້ງປະຕິບັດມາດຕະການໃຫ້ເປັນລະບົບຄົບຊຸດ ແລະ ເຂັ້ມງວດ ຕິດພັນກັບທຸກຂະແໜງການ;
2) ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານວັດທະນາທໍາ-ສັງຄົມ ເປັນຕົ້ນ (1) ການສະໜອງຄູສອນ, ການອຸດໜູນຄູ-ແພດ ອາສາສະໝັກ, (2) ການພັດທະນາຍົກລະດັບສີມືແຮງງານ, ການສ້າງວຽກເຮັດງານທໍາ, (3) ການປັບປຸງກອງທຶນປະກັນສຸຂະພາບ ແລະ ການຍົກສູງຄຸນນະພາບການບໍລິການຮັກສາສຸຂະພາບ;
3) ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ, ການລັກລອບຄ້າຂາຍເຖື່ອນ ແລະ ປາກົດການຫຍໍ້ທໍ້ດ້ານສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ, ມີຄວາມເຂັ້ມງວດ ແລະ ເດັດຂາດ ໃຫ້ບັນລຸຕາມຄາດໝາຍຂອງວາລະແຫ່ງຊາດ.
3. ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ແຂງແຮງຂຶ້ນກວ່າເກົ່າ ຕາມລາຍການສິນຄ້າທີ່ສາ ມາດຜະລິດພາຍໃນປະເທດ ແລະ ລາຍການສິນຄ້າທີ່ໄດ້ເຈລະຈາສົ່ງອອກໄປຕ່າງປະເທດ, ປະຕິບັດມາດຕະການຈໍາກັດສິນຄ້ານໍາເຂົ້າທີ່ສາ ມາດຜະລິດຢູ່ພາຍໃນທົດແທນການນໍາເຂົ້າ ແລະ ສົ່ງເສີມການຜະລິດສົ່ງອອກໃຫ້ຫຼາຍຂຶ້ນ ທັງສົ່ງເສີມ ແລະ ສ້າງຄ່ານິຍົມໃນການຊົມໃຊ້ຜະ ລິດຕະພັນພາຍໃນໃຫ້ເປັນຮູບປະທໍາ.
4. ຮີບຮ້ອນຈັດສັນງົບປະມານລົງທຶນລັດ, ບ້ວງກອງທຶນທາງປີ 2025 ໃຫ້ສໍາເລັດ ແລະ ສູ້ຊົນສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອອໍານວຍຄວາມສະດວກການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ ໂດຍສະ ເພາະໃນລະດູຝົນ; ດຶງດູດການລົງທຶນຂອງທຸກພາກສ່ວນເສດຖະກິດໃນຮູບແບບຕ່າງໆ ເພື່ອກໍ່ສ້າງ ແລະ ບູລະນະໂຄງລ່າງພື້ນຖານ ຂອງວຽກງານໂຍທາທິການ ແລະ ຂົນສົ່ງ, ຄວບຄຸມລົດບັນທຸກສິນຄ້ານໍ້າໜັກເກີນ ແລະ ມີມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ຮີບຮ້ອນກໍ່ສ້າງຕາຝັ່ງເຈື່ອນ ທີ່ເປັນຈຸດລໍ່ແຫຼມຕາມຊາຍແດນ ແລະ ຈຸດທີ່ມີການເຊາະເຈື່ອນຢ່າງຮ້າຍແຮງ ໃຫ້ສໍາເລັດ.
5. ເອົາໃຈໃສ່ຄຸ້ມຄອງ, ສ້ອມແປງບັນດາໂຄງການຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດຂອງຊາວກະສິກອນ ໃຫ້ໄດ້ຕາມແຜນການ ເພື່ອສົ່ງເສີມການຜະລິດກະສິກໍາມີຕົ້ນທຶນຕໍ່າ ສາມາດແຂ່ງຂັນກັບຕ່າງປະເທດໄດ້ ພ້ອມທັງຄົ້ນຄວ້າສະໜອງສິນເຊື່ອ ແກ່ຊາວກະສິກອນ ແລະ ຫົວໜ່ວຍທຸລະກິດ ທີ່ຜະລິດຝຸ່ນ, ປຸຍ, ແນວພັນ, ຢາຂ້າສັດຕູພືດ, ອຸປະກອນ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກໍາ ຈໍາໜ່າຍພາຍໃນ ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ.
6. ນໍາໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການເກັບລາຍຮັບຢູ່ທຸກຂະແໜງການ ແລະ ຄຸ້ມຄອງລາຍຈ່າຍໃຫ້ເປັນລະບົບຄົບຊຸດ, ລວມສູນ ແລະ ສາມາດເຊື່ອມຕໍ່ກັບທຸກຂະແໜງການ; ເອົາໃຈໃສ່ເກັບລາຍຮັບຈາກຖານລາຍຮັບທີ່ເປັນທ່າແຮງໃຫ້ຄົບຖ້ວນຕາມກົດໝາຍ ແລະ ສັນຍາການລົງທຶນ ແລະ ການເຊົ່າ-ສໍາປະທານ; ສືບຕໍ່ປະຕິຮູບລັດວິສາຫະກິດໃຫ້ມີປະສິດທິຜົນ, ມີກໍາໄລ ສ້າງລາຍຮັບເຂົ້າງົບ ປະມານ, ສ້າງຖານລາຍຮັບໃໝ່ຈາກການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ອາກອນທີ່ດິນ, ການທ່ອງທ່ຽວ, ການຄ້າດິຈິຕອນ ແລະອື່ນໆ; ສະກັດກັ້ນບໍ່ໃຫ້ເກີດໜີ້ສິນເພີ່ມຂຶ້ນ ເພື່ອຮັບປະກັນໃຫ້ພື້ນຖານລະບົບການເງິນແຫ່ງຊາດ ມີຄວາມໝັ້ນຄົງ, ຮັກສາສະຖຽນລະພາບ ເສດຖະກິດມະຫາພາກ.
7. ສ້າງສະຖຽນລະພາບດ້ານເງິນຕາ, ຍົກສູງການນຳໃຊ້ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍເງິນຕາຕ່າງປະເທດ ໃຫ້ເຄັ່ງຄັດ ແລະ ຮັດ ກຸມເຂົ້າຕື່ມ, ບໍ່ໃຫ້ຜູກຂາດການນໍາໃຊ້ເງິນຕາຕ່າງປະເທດສະກຸນເງິນໃດໜຶ່ງ, ຄຸ້ມຄອງການນໍາເຂົ້າເງິນຕາຈາກການສົ່ງອອກໃຫ້ຜ່ານລະບົບທະນາຄານ ໃຫ້ໄດ້ 70% ຂຶ້ນໄປ ຕາມມະຕິກອງປະຊຸມສະພາແຫ່ງຊາດ ເພື່ອເພີ່ມຄັງສໍາຮອງ ໃຫ້ກຸ້ມການນໍາເຂົ້າ 6-7 ເດືອນ ຂຶ້ນໄປ ແລະ ແກ້ໄຂການຂາດດຸນຊໍາລະກັບຕ່າງປະເທດ (BOP) ໃຫ້ຫຼຸດລົງ.
8. ຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ສອດຄ່ອງຕາມກົດໝາຍຢ່າງເຂັ້ມງວດ, ສ້າງນິຄົມອຸດສາຫະກໍາຕົວແບບ, ເຂດອຸດສາ ຫະກໍາປຸ່ງແຕ່ງແຮ່ທາດເປັນຜະລິດຕະພັນສໍາເລັດຮູບກ່ອນສົ່ງອອກ; ຄັດເລືອກນັກລົງທຶນທີ່ດີ, ມີຄຸນນະພາບ, ແບບມືອາຊີບ ເຂົ້າມາພັດທະນາ; ຊຸກຍູ້ໂຄງການພັດທະນາພະລັງງານແສງຕາເວັນ, ພະລັງງານລົມ ເສີມໃສ່ບັນດາສະຖານີຈຸດທີ່ຂາດແຄນໄຟຟ້າ ໃຫ້ສໍາເລັດຕາມແຜນໂດຍໄວ ເພື່ອສະໜອງໄຟຟ້າໃຫ້ພຽງພໍ ແລະ ເອົາໃຈໃສ່ຄຸ້ມຄອງລາຄາໄຟຟ້າໃຫ້ເໝາະສົມກັບສະພາບຕົວຈິງ ແລະ ບໍ່ກະ ທົບກະເທືອນຕໍ່ຊີວິດຂອງປະຊາຊົນ ແລະ ການຜະລິດກະສິກຳ.
9. ເອົາໃຈໃສ່ປະຕິບັດຄາດໝາຍດ້ານຊັບພະຍາກອນທໍາມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ໄດ້ຕາມຄາດໝາຍ, ໂດຍສະເພາະ ການອອກໃບຕາດິນໃຫ້ໄດ້ຕາມມະຕິສະພາແຫ່ງຊາດຮັບຮອງ ເພື່ອເປັນຖານລາຍຮັບທີ່ໝັ້ນຄົງຂອງງົບປະມານແຫ່ງລັດ.
10. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ເອົາໃຈໃສ່ປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ເດັດ ຂາດ, ຫຼຸດຜ່ອນການຍົກເວັ້ນການປະຕິບັດພັນທະພາສີອາກອນ ແລະ ການແກ້ໄຂຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ.