(ສພຊ) – ວັນທີ 26 ມິຖຸນາຜ່ານມາ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເຊິ່ງທ່ານກ່າວວ່າ: ກອງປະຊຸມໄດ້ສຸມໃສ່ພິຈາລະນາປະກອບ ຄໍາເຫັນໃສ່ເນື້ອໃນຂອງຮ່າງກົດໝາຍ 10 ສະບັບ, ຕາມແຜນເບື້ອງຕົ້ນ 8 ສະບັບ ແຕ່ອີງຕາມຄວາມຮຽກຮ້ອງຕ້ອງການຈໍາເປັນ ແລະ ຮີບດ່ວນ, ກອງປະຊຸມສະໄໝສາມັນເທື່ອທີ 9 ໄດ້ເພີ່ມເຂົ້າຕື່ມອີກ 2 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ: 1. ກົດໝາຍວ່າດ້ວຍພະນັກງານໄອຍະການ, 2. ກົດໝາຍວ່າດ້ວຍສັງຄົມສົງເຄາະ, 3. ກົດໝາຍວ່າດ້ວຍສາມັນສຶກສາ, 4. ກົດໝາຍວ່າດ້ວຍການປູກຝັງ, 5. ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ; ປັບປຸງ 5 ສະບັບ: 1. ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, 2. ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, 3. ກົດໝາຍວ່າດ້ວຍຊົນລະປະທານ, 4. ກົດໝາຍວ່າດ້ວຍອາກອນລາຍໄດ້, 5) ກົດໝາຍວ່າດ້ວຍປ້າຍ.
ທ່ານ ຄຳແພງ ວິລະພັນ ກ່າວອີກວ່າ: ການພິຈາລະນາ ແລະ ຮັບຮອງເອົາກົດໝາຍຄັ້ງນີ້ ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ແລະ ປະຈໍາປີ 2025 ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາ ໃຫ້ເປັນລັດປະຊາທິປະໄຕທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດຂຶ້ນ. ພ້ອມກັນນັ້ນ, ທ່ານປະທານກຳມາທິການກົດໝາຍ ຍັງຮຽກຮ້ອງໃຫ້ບັນດາກະຊວງ, ອົງການ, ອຳນາດການປົກຄອງທ້ອງຖິ່ນ, ເຈົ້າໜ້າທີ່, ພະນັກງານຂອງລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ຕະຫຼອດຮອດທຸກຊັ້ນຄົນໃນສັງຄົມ ຈົ່ງເອົາໃຈໃສ່ຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກົດໝາຍ; ເຂົ້າຮ່ວມການຈັດຕັ້ງປະຕິບັດກົດໝາຍເຫຼົ່ານັ້ນ ໃຫ້ເກີດມີໝາກຜົນເປັນຈິງ, ຫັນເປັນສະຕິ ແລະ ແບບແຜນດໍາລົງຊີວິດຂອງແຕ່ລະຄົນ, ຄອບຄົວ, ການຈັດຕັ້ງ, ຫົວໜ່ວຍວິສາຫະກິດທັງພາກລັດ ແລະ ເອກະຊົນ.