ດັ້ນກີບເມກ
ເມື່ອໂລກມັນໝູນປ່ຽນແປງຕະຫຼອດເວລາ ຊີວິດຂອງຄົນເຮົາກໍຕ້ອງໄດ້ປັບປ່ຽນໄປຕາມກະແສປ່ຽນແປງຂອງໂລກ ເຊິ່ງຜູ້ຂຽນເຊື່ອວ່າ: ບໍ່ມີຄົນໃດທີຈະຢູ່ຂວາງໂລກໄດ້ ເພາະຖ້າຄົນໃດບໍ່ປ່ຽນໄປຕາມການພັດທະນາຂອງກະແສໂລກ ຍ່ອມກາຍເປັນຄົນຫຼ້າສະໄໝ ຄືກ້າວບໍ່ທັນໂລກ, ໂລກນີ້ມັນໝູນດ້ວຍຕົວມັນເອງ ຄົນເຮົາກໍໝູນດ້ວຍແນວຄິດຈິດໃຈຂອງໂຕເອງ ເພາະມີຈິດນຳໄປ ດັ່ງມີພຸດທະພາສິດກ່າວໄວ້ບົດໜຶ່ງວ່າ: ໂລກຍ່ອມມີຈິດນຳໄປ ມີຈິດເສືອກໃສໄປ ໂລກທັງໝົດເປັນໄປຕາມອຳນາດຂອງຈິດ.
ທຳມະຊາດຂອງຈິດ ຍ່ອມປຸງແຕ່ງຢູ່ຕະຫຼອດເວລາ ຖ້າໃຜກໍຕາມບໍ່ເຝິກຈິດໃຫ້ຢູ່ກັບປັດຈຸບັນ ອາດມີຄວາມທຸກເດືອດຮ້ອນ ເພາະຈິດໃຈທີ່ບໍ່ສະຫງົບນິ້ງ, ຈິດຂອງປຸຖຸຊົນ (ຄົນທຳມະດາ) ຍ່ອມຄິດໄປຕາມກະແສໂລກ, ຄວາມເດືອດຮ້ອນ ວຸ້ນວາຍຂອງໂລກ ເກີດມາຈາກແນວຄິດຈິດໃຈຂອງມະນຸດນີ້ເອງ ເພາະຖ້າວ່າຄົນເຮົາມີຈິດຄິດເປັນກຸສົນດ້ວຍຄວາມເມດຕາປານີ ໂລກກໍຈະສະຫງົບສຸກ; ແຕ່ຖ້າວ່າຈິດຂອງຄົນຄິດແຕ່ແນວອະກຸສົນ ກໍນຳມາເຊິ່ງຄວາມສັບສົນວຸ້ນວາຍ ເພາະຈິດໃຈຄິດບຽດບຽນເອົາປຽບກັນ…, ຈິດຄິດທຳລາຍຄອບງໍາດ້ວຍຄວາມໂກດຮ້າຍ ໂລກ ແລະ ສັງຄົມມະນຸດ ກໍບໍ່ສະຫງົບສຸກ.
ການໝູນຂອງໂລກ ໃນທາງວິທະຍາສາດໂລກ ບໍ່ໄດ້ໝູນອ້ອມໂຕເຮົາ ແລະ ຄົນເຮົາກໍບໍ່ໄດ້ໝູນອ້ອມໂລກແຕ່ຄົນເຮົາ ໝູນໄປຕາມໂລກຕ່າງຫາກ ເຖິງແມ່ນວ່າເຮົາຈະກ້າວສວນທາງກັບໂລກໝູນ ແຕ່ເຮົາກໍຢູ່ເທິງຜິວໂລກທີ່ມັນໝູນໄປຕາມກົດເກນທຳມະຊາດຂອງມັນ; ທາງພຸດທະສາສະໜາຍັງຖືວ່າ: ສັບພະສິ່ງ ລວມທັງໂລກ ແລະ ຄົນເຮົາ ເປັນໄປຕາມກົດເກນຂອງການປ່ຽນແປງທີ່ເອີ້ນວ່າ ໄຕລັກຄື: ອະນິດຈັງ-ທຸກຂັງ-ອະນັດຕາ ແລະ ຫຼັກຄວາມສຳພັນ ເຊື່ອມໂຍມກັບສັບພະສິ່ງ…
ຫຼັກແຫ່ງການປ່ຽນແປງໄຕລັກຄື: ອະນິດຈັງ ຄວາມບໍ່ທ່ຽງ-ທຸກຂັງຄວາມເປັນທຸກ ອະນັດຕາບໍ່ແມ່ນຕົວຕົນທີ່ແທ້ຈິງ; ມື້ໜຶ່ງເຮົາກໍເສື່ອມສະຫຼາຍໄປຕາມການເວລາ ດັ່ງນັ້ນ, ມະນຸດບໍ່ຄວນຫຼົງໃນບ່ວງມານຍາຂອງໂລກ ຂໍພຽງແຕ່ໃຫ້ມີສະຕິປັນຍາ ໝູນຊີວິດໄປຕາມໂລກຢ່າງມີຄວາມສຸກກໍພໍແລ້ວ!