loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍຮາກຖານຊາວໜຸ່ມ ສະພາປະຊາຊົນແຂວງໄຊຍະບູລີ ຮັບໃບຢັ້ງຢືນ 4 ບຸກ ປີ 2022 ແລະ ທຸງໄຊນໍາໜ້າຂະບວນ ການແຂ່ງຂັນ 4 ບຸກ.

​ພ.ຈ. 22, 2023 | ເຂດ 7 ໄຊ​ຍະບູລີ

ໃນວັນທີ 21 ພະຈິກ 2023 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ປີ 2022 ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ອົງການຈັດຕັ້ງມະຫາຊົນ, ສະຫາຍ ໜູໄຊ ນໍກີຢາ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກ ການ, ອົງການ, ກົມກອງ, ເລຂາຊາວໜຸ່ມແຂວງແຮກສ່ຽວ, ສະມາຄົມນັກທຸລະກິດໜຸ່ມແຂວງ, ບັນດາຄະນະນໍາຊາວໜຸ່ມແຂວງ, ເມືອງ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ໃນພິທີ ສະຫາຍ ໜູໄຊ ນໍກີຢາ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມແຂວງໃນໄລຍະ 3 ປີ (2020-2022) ທົ່ວແຂວງມີ 61 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານ, 1 ພະແນກຊາວໜຸ່ມກອງບັນຊາການທະຫານແຂວງ 912 ໜ່ວຍຮາກຖານຊາວໜຸ່ມ ແລະ 252 ໜ່ວຍຊາວໜຸ່ມ ມີສະມາຊິກຊາວໜຸ່ມທັງ ໝົດ 30.186 ຄົນ ຍິງ 12.933 ຄົນ ຕະຫຼອດໄລຍະທີ່ຜ່ານມາຄະນະຊາວໜຸ່ມແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຢ່າງເປັນປົກກະຕິ ດ້ວຍການນໍາເອົາມະຕິຄໍາສັ່ງ, ກົດລະບຽບ, ກົດໝາຍ ແລະ ນິຕິກໍາຕ່າງໆ ມາເຜີຍແຜ່ໃຫ້ບັນ ດາສະມາຊິກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
ເຮັດໃຫ້ສະມາຊິກຊາວ ໜຸ່ມມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິເຄົາລົບຕໍ່ລະບຽບກົດໝາຍຂອງລັດ, ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍ, ມະຕິ, ລະບຽບການເຄື່ອນໄຫວຂອງຊາວໜຸ່ມຫຼາຍຂຶ້ນ ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ ຈັດຂຶ້ນຢ່າງເປັນຂະ ບວນຟົດຟື້ນ.
ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ 3 ປີ ຜ່ານມາສາມາດຕີລາຄາແບ່ງປະເພດໄດ້ດັ່ງນີ້ ດ້ານແນວຄິດ 3 ປີ ສະເລ່ຍປະຕິບັດໄດ້ 92,48% ; ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນປະຕິບັດໄດ້ 89,55% ; ດ້ານການຈັດ ຕັ້ງປະຕິບັດໄດ້ 91,36% ແລະ ດ້ານການສ້າງວິຊາຊີບ ແລະ ວຽກເຮັດງານທໍາປະຕິ ບັດໄດ້ 92,14% ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານທັງໝົດ 61 ຮາກ ຖານ ໄດ້ປະເພດແຂງ 59 ຮາກຖານ ເທົ່າກັບ 96,72% ; ໜ່ວຍຮາກຖານຊາວ ໜຸ່ມທັງໝົດ 912 ໜ່ວຍ ໄດ້ປະເພດແຂງ 874 ໜ່ວຍ ເທົ່າກັບ 95,83% ; ໜ່ວຍຊາວໜຸ່ມ 252 ໜ່ວຍ ໄດ້ປະເພດແຂງ 251 ໜ່ວຍ ເທົ່າກັບ 99,60% ແລະ ມີສະມາຊິກເຂົ້າຮ່ວມປະເມີນທັງໝົດ 28,883 ສະຫາຍ ໄດ້ປະເພດແຂງ 25,631 ສະຫາຍ ເທົ່າກັບ 88,74% ໃນພິທີ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ອົງການຈັດຕັ້ງມະຫາ ຊົນ, ສະ ຫາຍ ໜູໄຊ ນໍກີຢາ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ກໍ່ໄດ້ຜັນປ່ຽນກັນມອບໃບຢັ້ງຢືນ, ທຸງໄຊນໍາໜ້າໃນຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2022 ໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງໄຊຍະບູລີ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ, ຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວຮາກຖານ ແລະ ໜ່ວຍຮາກຖານຊາວໜຸ່ມອ້ອມຂ້າງແຂວງຈໍານວນ 43 ພາກສ່ວນ ທີ່ສໍາເລັດໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ 3 ປີ ຕິດຕໍ່ກັນ. ຈາກນັ້ນ ຄະນະປະທານພ້ອມດ້ວຍຜູ້ເຂົ້າຮ່ວມກໍ່ໄດ້ຮ່ວມ ກັນຕັດແຖບຜ້າ, ລັນຄອງເກົ້າບາດ, ປ່ອຍໝາກປຸ່ມເປົ້າ ແລະ ເປີດປ້າຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງໄຊຍະບູລີ ເປັນແຂວງ 4 ບຸກຢ່າງເປັນທາງ ການ.
ອີກເທື່ອໃນພິທີ ສະຫາຍ ນາງ ບົວຄໍາ ສີສະວົງຊົງ ເລຂາໜ່ວຍຮາກຖານຊາວໜຸ່ມ ສະພາປະຊາຊົນແຊວງໄຊຍະບູລີ ຕາງໜ້າຂຶ້ນຮັບໃບຢັ້ງຢືນ 4 ບຸກ ປີ 2022 ແລະທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ໜ່ວຍຮາກຖານຊາວໜຸ່ມ ສະພາປະຊາຊົນແຊວງ ໄຊຍະບູລີ ເປ້ນຄັ້ງທີ 2 ຕິດຕໍ່ກັນ.
                                                                                                                                                                                                                                           ໂດຍ: ອິນທີ ຂຽວສີຟ້າ