ຕອນແລງ ວັນທີ 08 ກໍລະກົດ 2022 ນີ້ ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ໜ່ວຍພັກສະພາປະຊາຊົນແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ IV ປະຈຳປີ 2021 ຂຶ້ນ ເຂົ້າຮ່ວມເປັນກຽດ ແລະ ເປັນປະທານ ໂດຍ ສະຫາຍ ພຸດພັນ ແກ້ວວົງໄຊ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫົວພັນ ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ, ບັນດາສະຫາຍຄະນະໜ່ວຍພັກພະແນກຍຸຕິທຳແຂວງ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ ຕະຫຼອດຮອດບັນດາສະຫາຍສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ແທງ ວິໄລພອນ ຄະນະໜ່ວຍພັກ ສະພາປະຊາຊົນແຂວງ ໄດ້ຜ່ານບົດສະຫລຸບ ໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກສະພາປະຊາຊົນແຂວງ. ຈາກນັ້ນ; ຜູ້ຕາງໜ້າ ຈາກຄະນະຈັດຕັ້ງແຂວງ ກໍໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍ ການຮັບຮອງເອົາ ໜ່ວຍພັກສະພາປະຊາຊົນແຂວງ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021, ໃຫ້ກຽດມອບໃບຢັ້ງຢືນ ຄັ້ງນີ້ ໂດຍແມ່ນ ສະຫາຍ ພຸດພັນ ແກ້ວວົງໄຊ ແລະ ຮັບໂດຍ ສະຫາຍ ຄຳຟອງ ກົ້ວມີໄຊ , ຮອງເລຂາໜ່ວຍພັກສະພາປະຊາຊົນແຂວງ.
ຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ພຸດພັນ ແກ້ວວົງໄຊ ຊຶ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານການຊີ້ນຳ-ນຳພາຂອງຄະນະພັກ, ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ຂອງສະມາຊິກພັກ ຕະຫຼອດໄລຍະ 1 ປີ ຜ່ານມາ ເຊິ່ງໄດ້ເຮັດໃຫ້ການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ, ສາມາດຮັກສາມູນເຊື້ອ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນເປັນ ສະໄໝທີ IV ແລະ ຍັງໄດ້ເນັ້ນໜັກຫລາຍບັນຫາກ່ຽວກັບ ການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ເປັນຕົ້ນແມ່ນ ຄະນະພັກຕ້ອງຖືເອົາການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານສະມາຊິກພັກ ໂດຍການນຳເອົາແນວທາງນະໂຍບາຍ ຂອງພັກ-ລັດ, ລະບຽບກົດໝາຍມາຈັດຕັ້ງເຊື່ອມຊຶມ ໃຫ້ຮັບຮູ້ ແລະ ເຂົ້າໃຈ
ພ້ອມທັງ ຫັນເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີຜົນສຳເລັດ, ເອົາໃຈໃສ່ປັບປຸງແບບແຜນ ວິທີນຳພາ-ຊີ້ນຳເຊັ່ນ ຂຶ້ນແຜນວຽກ, ແຜນຄົນ, ແຜນງົບປະມານ, ເປັນເຈົ້າການຕິດຕາມມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ຂະຫຍາຍເຂົ້າພັກ, ຕິດຕາມສະມາຊິກພັກຜູ້ດີເດັ່ນ ເພື່ອຍ້ອງຍໍສັນລະເສີນ, ນຳພາການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງຕາມຫລັກການນຳພາຂອງພັກ, ຍຶດຖືທິດສະດີມາກ-ເລນິນ, ໃກ້ສິດຕິດແທດລົງຮາກຖານ ເຮັດວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ຊີ້ນຳອົງການຈັດຕັ້ງມະຫາຊົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຮັກສາມູນເຊື້ອໜ່ວຍພັກສະພາປະຊາຊົນແຂວງ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕະຫລອດໄປ.

ພາບ ແລະ ຂ່າວໂດຍ ນ. ປຸ້ຍນິຕາ