ໜ່ວຍພັກ ສະພາປະຊາຊົນແຂວງອຸດົມໄຊ ດຳເນີນຊີວິດການເມືອງ ປະຈຳເດືອນ 12 ປີ 2022.

ທ.ວ. 27, 2022

ຕອນບ່າຍຂອງວັນພະຫັດ, ວັນທີ 22 ທັນວາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງອຸດົມໄຊ ໄດ້ດຳເນີນຊີວິດປະຈຳເດືອນ 12 ປີ 2022, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາເຜີຍ ງອນວັນຄຳ ກຳມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍພັກ ສະພາປະຊາຊົນແຂວງ ເຂົ້າຮ່ວມ.
ການດຳເນີນຊີວິດພັກໃນຄັ້ງນີ້, ສະຫາຍເລຂາໜ່ວຍພັກໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວ ນຳພາ-ຊີ້ນຳ ຂອງຄະນະພັກສະພາປະຊົນແຂວງ ປະຈໍາເດືອນ 12 ປີ 2022 ແລະ ວາງທິດທາງແຜນການ ປະຈໍາເດືອນ 1 ປີ 2023, ຫລັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວດັ່ງກ່າວ, ຕໍານິສົ່ງຂ່າວ, ກໍ່ສ້າງເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກຢ່າງກົງໄປກົງມາ ເປັນປົກກະຕິ.  ຕອນທ້າຍ, ສະຫາຍເລຂາໜ່ວຍພັກ ໄດ້ມີຄຳເຫັນສະຫລຸບ, ທ່ານໄດ້ສະແດງຄວາມຂອບໃຈຕໍ່ການປະກອບຄໍາເຫັນ, ມີຄຳສະເໜີແລກປ່ຽນຂອງສະມາຊິກພາຍໃນໜ່ວຍ ແລະ ໄດ້ເນັ້ນໜັກໃຫ້ສະມາຊິກພັກຍົກສູງວຽກງານການເມືອງແນວຄິດຂອງຕົນເອງ, ບຸກບືນປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ-ກົດຫມາຍຂອງລັດ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກດີເດັ່ນ. ເຂົ້າຮ່ວມດໍາເນີນຊີວິດແຕ່ລະເດືອນ, ເສຍເງິນສະຕິໃຫ້ປົກກະຕິ, ເຂົ້າຮ່ວມບັນດາວຽກງານຂອງອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອົງການຈັດຕັ້ງ, ໃນສັງຄົມ, ສຸມໃສ່ໃນການກະກຽມບັນດາເນື້ອໃນເອກະສານຕ່າງໆ ໃນການກະກຽມດໍາເນີນກອງປະຊຸມ ຄົບຄະນະຂອງແຕ່ລະຄະນະກໍາມະການ ແລະ ກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອ 4 ຂອງສະພາປະຊາຊົນແຂວງ ໃຫ້ສໍາເລັດໂດຍພື້ນຖານ, ພ້ອມທັງສືບຕໍ່ປະຕິບັດຫນ້າທີ່ວຽກງານວິຊາສະເພາະຕົນຮັບຜິດຊອບໃຫ້ສໍາເລັດຕາມການມອບໝາຍ.
ພາບ/ຂ່າວ: ແສງພອນ ອິນນະລົງ.