loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍພັກ ສພຂ ແຂວງຫົວພັນ ເລື່ອນສະມາຊິກພັກສຳຮອງເຂົ້າສົມບູນ

​ກ.ກ. 19, 2023 | ເຂດ 8 ຫົວ​ພັນ

 

ຕອນເເລງ ຂອງວັນທີ 18 ກໍລະກົດ 2023 ນີ້, ຢູ່ທີ່ຫ້ອງປະຊຸມ ຄະນະປະຈຳ ສະພາປະຊາຊົນ ແຂວງ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສັກ ດອນຈານິດ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຮອງປະທານສະພາປະຊາຊົນແຂວງ ແລະ ມີບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມທັງໝົດ

ໃນພິທີ ສະຫາຍ ຄຳຟອງ ກົ້ວມີໄຊ ຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ, ເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 176/ຄປຈຂ, ລົງວັນທີ 12 ກໍລະກົດ 2023 ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 2 ສະຫາຍ. ຈາກນັ້ນ, ສະຫາຍເລຂາໜ່ວຍພັກ ກໍ່ໄດ້ມີຄຳເຫັນກ່າວຮັບເອົາສະຫາຍສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຢູ່ໜ່ວຍພັກສະພາປະຊາຊົນແຂວງ ຢ່າງເປັນທາງການ.

ຕອນທ້າຍພິທີ ສະຫາຍ ສົມສັກ ດອນຈານິດ ໄດ້ມີຄຳເຫັນໂອ້ລົມ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຄວາມບຸກບືນຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ແລະ ການປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ຢ່າງເຂັ້ມງວດ ຂອງ 2 ສະຫາຍ; ພ້ອມທັງ ຮຽກຮ້ອງມາຍັງສະມາຊິກພັກຜູ້ໃໝ່ເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນ, ກຳແໜ້ນແນວທາງຂອງພັກ-ລັດ, ຈົ່ງເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງພັກ ແລະ ຂໍ້ຫ້າມຂອງສະມາຊິກພັກ ວາງອອກໃຫ້ເຂັ້ມງວດ, ໜັກແໜ້ນ, ມີສະຕິສູງຕໍ່ການຈັດຕັ້ງ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ກວ້າງຂວາງ, ປັບປຸງແບບແຜນເຮັດວຽກ ຕາມຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຕ້ອງຂື້ນກັບສຽງສ່ວນຫລາຍ, ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ ແລະ ຍຶດໝັ້ນຕໍ່ອຸດົມການຂອງພັກ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ທີ່ດີເດັ່ນໃນຕໍ່ໜ້າ ແລະ ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ. ພ້ອມກັນນີ້, ທັງ 2 ສະຫາຍຂຶ້ນຮັບຄຳ ຄຳໂອວາດ ແລະ ຂໍປະຕິຍານຕົນວ່າ ຈະປະຕິບັດກົດລະບຽບຂອງພັກວາງອອກໃຫ້ເຂັ້ມງວດ, ຈະຊື່ສັດບໍລິສຸດຕໍ່ປະເທດຊາດ, ບ້ານເມືອງ, ຈະຕັ້ງໜ້າເຝິກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ເປັນພະນັກງານທີ່ດີຂອງລັດ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ເຮັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດ.

ພາບ ແລະ ຂ່າວ: ວັງເວີນ