

ວາລະດໍາເນີນກອງປະຊຸມ, ສະຫາຍ ສົມສີ ມະນີນິນ ກໍາມະການພັກແຂວງ, ເລຂາຄະນະໜ່ວຍພັກຮາກຖານ ສະພາປະຊາຊົນແຂວງ ໄດ້ຂື້ນຜ່ານບົດລາຍງານໂດຍສັງເຂັບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກ. ຈາກນັ້ນ, ສະຫາຍ ສາທິດ ປັດສາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ,ຕາງໜ້າຄະນະຮັບຜິດຊອບກອງປະຊຸມດຳເນີນຊີວິດການເມືອງຂັ້ນແຂວງ ໄດ້ຂື້ນຜ່ານມາດຖານ, ເງື່ອນໄຂຜູ້ທີ່ຈະສະໝັກເຂົ້າໃນຄະນະໜ່ວຍພັກຊຸດໃໝ່. ໂອກາດດຽວກັນ, ສະຫາຍ ສາຍທອງ ໄຊຍະວົງຮອງເລຂາພັກແຂວງ, ປະທານກອງປະຊຸມ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເພື່ອເປັນພື້ນຖານໃຫ້ບັນດາສະຫາຍສະມາຊິກພັກ ກ່ອນຈະໃຊ້ສິດຂອງຕົນ ໃນທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະໜ່ວຍພັກສະພາປະຊາຊົນແຂວງຈໍາປາສັກ ຮອບ I ແລະ ຮອບ II ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານສະພາປະຊາຊົນແຂວງ ເຊິ່ງກອງປະຊຸມກໍ່ໄດ້ດໍາເນີນການທາບທາມ, ປ່ອນບັດ ແລະ ສັງລວມຜົນຄະແນນ.
ຈາກນັ້ນ, ໃນຕອນບ່າຍຂອງວັນດຽວກັນ ກອງປະຊຸມໄດ້ສືບຕໍ່ດໍາເນີນ ໂດຍຄະນະຮັບຜິດຊອບກອງປະຊຸມດຳເນີນຊີວິດການເມືອງຂັ້ນແຂວງ ໄດ້ຂື້ນຜ່ານຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ,ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້ານສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ໂອກາດດຽວກັນ, ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ຕາງໜ້າຄະນະພັກຂັ້ນເທິງ ໄດ້ມີຄຳເຫັນຊີ້ນຳໃນການດໍາເນີນຊີວິດການເມືອງ ແລະ ການສໍາຫຼວດບຸກຄົນໃນຄະນະໜ່ວຍພັກຮາກຖານ – ຄະນະນໍາຂອງສະພາປະຊາຊົນແຂວງ ແລະ ແບ່ງຈຸສຳຫຼວດບຸກຄົນຄະນະໜ່ວຍພັກຮາກຖານ ໂດຍເລີ່ມຈາກສະຫາຍເລຂາຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເມື່ອສໍາເລັດ ກໍ່ລາຍງານຜົນການທາບທາມ ແລະ ຜົນການສໍາຫຼວດ ຕໍ່ຄະນະພັກຂັ້ນເທິງ ອີກດ້ວຍ.