

ຕອນເຊົ້າຂອງວັນອັງຄານ, ວັນທີ 23 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກຮາກຖານສະພາປະຊາຊົນແຂວງ ໄດ້ດຳເນີນຊີວິດປະຈໍາເດືອນ ສິງຫາ 2022, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກ ສພຂ, ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານ ສພຂ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກຮາກຖານ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.



ການດຳເນີນຊີວິດພັກໃນຄັ້ງນີ້, ຄະນະພັກໄດ້ຜ່ານບົດສະຫລຸບຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກປະຈໍາເດືອນ ສິງຫາ ແລະ ວາງທິດທາງແຜນການເດືອນ ກັນຍາ 2022, ເຊິ່ງຜ່ານການເຄື່ອນໄຫວໃນໄລຍະ 1 ເດືອນຜ່ານມາ, ທາງຄະນພັກໄດ້ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານດ້ານວິຊາສະເພາະ, ພ້ອມທັງການປະສານສົມທົບກັບພາກສ່ວນກ່ຽວຂ້ອງກະກຽມບັນດາເນື້ອໃນຕ່າງໆ ເຮັດໃຫ້ການດຳເນີນກອງປະຊຸມສະໄໝສາມັນເທື່ອ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ສໍາເລັດຕາມລະດັບຄາດໝາຍ ແລະ ໄດ້ຕ້ອນຮັບການຢ້ຽມຢາມເຮັດວຽກຂອງທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.


ຫລັງຈາກນັ້ນ, ບັນດາທ່ານສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກ ຢ່າງເປັນປົກກະຕິ ເພື່ອແນ່ໃສ່ເຮັດໃຫ້ບົດສະຫລຸບຄົບຖ້ວນສົມບູນ ແລະ ເພື່ອເຮັດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ສພຂ ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການນຳພາຂອງພັກ, ປະຕິບັດລະບຽບພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ.
ການດໍາເນີນຊີວິດພັກຄັ້ງນີ້, ຍັງໄດ້ຟັງການຜ່ານໃບສໍາຫຼວດ ຂອງສະມາຊິກພັກສໍາຮອງທີ່ຈະຂະຫຍາຍເຂົ້າພັກສົມບູນຈໍານວນ 1 ສະຫາຍ. ຈາກນັ້ນ, ສະມາຊິກພັກສົມບູນ ແລະ ສະມາຊິກພັກທີ່ໄດ້ຮັບການມອບໝາຍຕິດຕາມກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດເຫັນ ແລະ ຍົກມືຮັບຮອງເອົາດ້ວຍຄະແນນສຽງເປັນເອກະສັນ.

ພ້ອມນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ເອກະສານວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ(15/8/1991-15/8/2022) ແລະ ເອກະສານສໍາຄັນອີກຈໍານວນໜຶ່ງ.


