



ໃນພິທີ, ພາຍຫຼັງຄະນະຈັດຕັ້ງໄດ້ກ່າວຈຸດປະສົງ ແລະ ໄດ້ຜ່ານມະຕິຂອງຄະນະປະຈໍາພັກແຂວງອຸດົມໄຊ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ ຈໍານວນ 1 ສະຫາຍ ແລະ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຢ່າງເປັນທາງການ. ພ້ອມນັ້ນ, ສະຫາຍເລຂາໜ່ວຍພັກໄດ້ມີຄໍາເຫັນໂອ້ລົມສະມາຊິກພັກໃໝ່ ໂດຍສະຫາຍໄດ້ເນັ້ນໜັກໃຫ້ສະມາຊິກພັກຍົກສູງວຽກງານການເມືອງແນວຄິດຂອງຕົນເອງ, ບຸກບືນປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ-ກົດຫມາຍຂອງລັດ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກດີເດັ່ນ, ເຂົ້າຮ່ວມດໍາເນີນຊີວິດແຕ່ລະເດືອນ, ເສຍເງິນສະຕິໃຫ້ປົກກະຕິ, ເຂົ້າຮ່ວມບັນດາວຽກງານຂອງອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອົງການຈັດຕັ້ງ, ໃນສັງຄົມ ແລະ ສືບຕໍ່ປະຕິບັດຫນ້າທີ່ວຽກງານວິຊາສະເພາະທີ່ຕົນໄດ້ຮັບມອບຫມາຍໃຫ້ສໍາເລັດ ແລະ ຫຼັງຈາກນັ້ນ, ສະມາຊິກພັກໃໝ່ໄດ້ຂຶ້ນຮັບເອົາຄໍາໂອ້ລົມດັ່ງກ່າວ.




ປະຕິບັດຕາມວາລະແລ້ວ, ທາງຄະນະພັກຍັງໄດ້ສືບຕໍ່ ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ 7 ແລະ ວາງທິດທາງແຜນການເດືອນ 8 ປີ 2023, ຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ເນື້ອໃນຂອງຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ, ຕີລາຄາຄືນໃນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງຜ່ານມາ, ເພື່ອຊອກເຫັນໄດ້ດ້ານດີຜົນງານ, ຂໍ້ຄົງຄ້າງ ແລະ ເພື່ອຫາວິທີທາງແກ້ໄຂໃນຕໍ່ໜນ້າໃຫ້ດີຂຶ້ນກວ່າເກົ່າ.

ພາບ/ຂ່າວ: ນັກຂ່າວ ສພຂ.