ໜ່ວຍພັກສະພາປະຊາຊົນແຂວງ ຮ່ວມຊີວິດພັກປະຈໍາເດືອນ ເມສາ 2023.

ມ.ສ. 26, 2023

ຕອນບ່າຍຂອງວັນສຸກ, ວັນທີ 21 ເມສາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ) ໜ່ວຍພັກ ສະພາປະຊາຊົນແຂວງ, ໄດ້ດໍາເນີນກອງປະຊຸມຮ່ວມຊີວິດພັກປະຈໍາເດືອນ ເມສາ 2023, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງເຂົ້າຮ່ວມ.
ຈຸດປະສົງຂອງການດໍາເນີນກອງປະຊຸມຮ່ວມຊີວິດພັກປະຈໍາເດືອນ ແມ່ນເພື່ອເປັນການປະຕິບັດຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ, ສະມາຊິກມພັກສົມບູນ ແລະ ສະມາຊິກພັກສໍາຮອງ ຕ້ອງໄດ້ຮ່ວມຊີວິດພັກເປັນປົກກະຕິໃນແຕ່ລະເດືອນ ແລະ ເພື່ອສະຫຼຸບຕີລາຄາ ການນໍາພາ-ຊີ້ນໍາວຽກງານຕ່າງໆພາຍໃນໜ່ວຍໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຮອບດ້ານ ແລະ ວາງທິດທາງແຜນການໃນຕໍ່ໜ້າ.
ສະຫາຍເລຂາໜ່ວຍພັກໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານ ຂອງໜ່ວຍພັກສະພາປະຊາຊົນແຂວງປະຈໍາເດືອນ ເມສາ 2023, ຕະຫຼອດໄລຍະໜຶ່ງຜ່ານມາ ຄະນະ ໜ່ວຍພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ໃກ້ຊິດ ຕິດແທດສະມາຊິກພັກ, ສະມາຊິກພັກພາຍໃນໜ່ວຍ ມີຄວາມອຸ່ນອຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບເປັນພັກ, ປະຕິບັດ ໜ້າທີ່ຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ ຊຶ່ງມີຜົນສໍາເລັດຫຼາຍດ້ານ ແລະ ວາງທິດທາງແຜນການ ປະຈໍາເດືອນ ພຶດສະພາ 2023, ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກຍັງໄດ້ມີຄໍາຄິດຄໍາເຫັນ, ມີການຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ ພາຍໃນໜ່ວຍພັກ.
ຕອນທ້າຍ, ສະຫາຍເລຂາໜ່ວຍພັກໄດ້ມີຄໍາເຫັນເພີ່ມເຕີ່ມ: ໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກເພີ່ມທະວີຄວາມສາມັກຄີ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນຮັບຜິດຊອບ ໃຫ້ສໍາເລັດຕາມການມອບໝາຍ ແລະ ອື່ນໆ. ພາບ/ຂ່າວ: ແສງພອນ ອິນນະລົງ.