loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍພັກສະພາປະຊາຊົນແຂວງ ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງໜ່ວຍພັກສະພາປະຊາຊົນແຂວງ ແລະ ຮ່ວມຊີວິດໜ່ວຍພັກປະຈໍາເດືອນ

ກ.ພ. 23, 2023 | ເຂດ 2 ຜົ້ງສາລີ

ໃນຕອນເຊົ້າ ວັນທີ 22 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໜ່ວຍພັກສະພາປະຊົນແຂວງຜົ້ງສາລີ ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກພັກສໍາຮອງຂອງໜ່ວຍພັກສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ສະຫາຍ ຄໍາດາ ໂສລະພົມ ຮອງເລຂາໜ່ວຍພັກ, ມີບັນດາຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງມະຫາຊົນຜູ້ກ້າວໜ້າຂຶ້ນຜ່ານໃບຄໍາຮ້ອງຂໍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ຮັບຟັງສະມາຊິກພັກສົມບູນ 2 ສະຫາຍ ຂຶ້ນຢັ້ງຢືນການຕິດຕາມໃນໄລຍະຜ່ານມາ; ຮັບຟັງ ສະຫາຍ ສຸວັນຟູ ລາວລີ ກໍາມະການໜ່ວຍພັກສະພາປະຊາຊົນແຂວງ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ; ຫຼັງຈາກນັ້ນ, ສະຫາຍ ຄໍາດາ ໂສລະພົມ ຮອງເລຂາໜ່ວຍພັກ, ປະທານພິທີ ໃຫ້ກຽດຂຶ້ນຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ພ້ອມທັງໂອ້ລົມຕໍ່ພິທີ ແລະ ສະມາຊິກພັກສໍາຮອງ ຂຶ້ນຮັບຄໍາໂອວາດ

ໃນໂອກາດດຽວກັນນີ້, ໜ່ວຍພັກສະພາປະຊາຊົນແຂວງ ກໍ່ໄດ້ຮ່ວມຊີວິດປະຈໍາເດືອນ ເພື່ອຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈໍາເດືອນກຸມພາ ແລະ ວາງທິດທາງປະຈໍາເດືອນມີນາ 2023, ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ກໍ່ໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ຮ່າງບົດສະຫຼຸບ ເພື່ອເຮັດໃຫ້ເນື້ອໃນມີຄວາມຖືກຕ້ອງສອດຄ່ອງກັບຫຼັກການນໍາພາຂອງພັກໃນໄລຍະໃໝ່

ພາບ-ຂ່າວ: ນັກຂ່າວສະພາປະຊາຊົນແຂວງ