
ຕອນບ່າຍຂອງວັນພະຫັດທີ 21 ເມສາ 2022 ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດຳເນີນຊີວິດປະຈໍາເດືອນ 4/2022, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກ ສພຂ, ເຂົ້າຮ່ວມມີສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານ ສພຂ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.



ການດຳເນີນຊີວິດພັກໃນຄັ້ງນີ້ ສະຫາຍເລຂາໜ່ວຍພັກ ໄດ້ຜ່ານບົດສະຫລຸບຕີລາຄາການນໍາພາຂອງຄະນະໜ່ວຍພັກປະຈໍາເດືອນ 4 ແລະ ວາງທິດທາງແຜນການເດືອນ 5/2022 ເຊິ່ງຜ່ານການເຄື່ອນໄຫວໃນໄລຍະ 1 ເດືອນຜ່ານມາ, ທາງຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກແຕ່ລະສະຫາຍໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ.



ໃນ 1 ເດືອນຜ່ານມາໜ່ວຍພັກ ສພຂ ໄດ້ດຳເນີນຊີວິດການເມືອງຕົນ 1 ຄັ້ງ, ໄດ້ຮັບຟັງການເຜີຍແຜ່ເອກະສານ 3 ສະບັບ, ໄດ້ປ້ອງກັນຄວາມສະຫງົບພາຍໃນຊ່ວງບຸນປີໃໝ່ລາວຕະຫລອດ 24 ຊົ່ວໂມງ ເຮັດໃຫ້ສໍານັກງານມີຄວາມສະຫງົບປອດໄພ ແລະ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ວຽກງານການເຄື່ອນໄຫວດ້ານວິຊາສະເພາະໂດຍປະຕິບັດຕາມ 3 ພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ, ບັນຫາທີ່ພົ້ນເດັ່ນແມ່ນໄດ້ສຳເລັດການຕ້ອນຮັບການລົງເຄື່ອນໄຫວຕິດຕາມກວດກາບັນຫາການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ(ຊ່ວງຜ່ານແຂວງອຸດົມໄຊ) ຢູ່ 3 ເມືອງ ຂອງສະຫາຍ ພົທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ໄດ້ຮັບຄໍາຮ້ອງຂໍຄວາມເປັນທຳ 5 ເລື່ອງ, ພ້ອມນັ້ນຈະໄດ້ສືບຕໍ່ຕ້ອນຮັບການເຂົ້າພົບຂອງພົນລະເມືອງຢ່າງເປັນປົກກະຕິ, ປະສານພາກສ່ວນທີ່ກ່ຽວຂ້ອງແກ້ໄຂຄໍາຮ້ອງຂໍຄວາມເປັນທຳ, ຕິດຕາມກວດກາການປະຕີບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕີບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາປີ 2022 ແລະ ບັນດາມະຕິທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງອຸດົມໄຊ ແຕ່ລະຄັ້ງ.

ຫລັງຈາກນັ້ນ, ບັນດາທ່ານສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກຢ່າງກົງໄປກົງມາທີ່ມີລັກສະນະສ້າງສັນເປັນຕົ້ນແມ່ນດ້ານອ່ອນຂໍ້ຄົງຂ້າງຕ່າງໆ ເພື່ອເຮັດໃຫ້ສະມາຊິກພັກແຕ່ລະສະຫາຍຕ້ອງໄດ້ກໍາແໜ້ນກົດລະບຽບພັກ, ແນວທາງນະໂຍບາຍຂອງພັກເພື່ອເຮັດໃຫ້ໜ່ວຍພັກ ສພຂ ຮັກສາມູນເຊື້ອເປັນໜ່ວຍພັກປອດໃສເຂັ້ມແຂງຕາມທີ່ກົດລະບຽບພັກໄດ້ກໍານົດໄວ້.

