loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍຊາວໜຸ່ມ ສະພາປະຊາຊົນ ແຂວງຫົວພັນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III.

​ກ.ກ. 4, 2023 | ເຂດ 8 ຫົວ​ພັນ

            ຕອນເຊົ້າ ວັນທີ 23 ມິຖຸນາ 2023 ນີ້ ຢູ່ທີ່ ຫ້ອງປະຊຸມ ສະພາປະຊາຊົນ ແຂວງຫົວພັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງ ຂຶ້ນ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄອນສະຫວັນ ຂັນທະວີໄຊ ເລຂາໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງ ເປັນກຽດເຂົ້າຮ່ວມກອງປະຊຸມມີ ສະຫາຍ ວົງເພັດ ບຸນມະນີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ສົມສັກ ດອນຈານິດ ກຳມະການພັກແຂວງ,​ ເລຂາໜ່ວຍພັກ, ຮອງປະທານສະພາປະຊາຊົນແຂວງ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມອົງການພາຄີ ເປັນຕົ້ນແມ່ນ ຄະນະໜ່ວຍຊາວໜຸ່ມ ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທຳ ແຂວງ ແລະ ກອງພັນ 19 ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ 31 ສະຫາຍ ຍິງ 13 ສະຫາຍ.
           ໃນວາລະດຳເນີນກອງປະຊຸມ ຕາງໜ້າຄະນະໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ພ້ອມທັງ ຜ່ານບົດສຳຫຼວດການນຳພາ – ຊີ້ນຳ ຂອງຄະນະໜ່ວຍຊຸດເກົ່າ ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສັງເກດຕີລາຄາ ສະພາບການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາຢ່າງຖືກຕ້ອງ ແລະ ເລິກເຊິ່ງ ພ້ອມທັງກຳນົດທິດທາງໜ້າທີ່ວຽກງານ ໃນໄລຍະ 5 ປີ ຕໍ່ໜ້າ; ຈາກນັ້ນ, ສະມາຊິກຊາວໜຸ່ມ ໄດ້ພ້ອມກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ເພື່ອຈະໄດ້ພ້ອມກັນຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້, ໂອກາດນີ້, ຄະນະບໍລິຫານງານຊາວໜຸ່ມແຂວງ ຍັງໄດ້ມອບໃບຢັ້ງຢືນໃຫ້ໜ່ວຍຊາວໜຸ່ມ ສພຂ ເປັນໜ່ວຍເຂັ້ມແຂງດີເດັ່ນ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ແລະ ໃບຍ້ອງຍໍຜົນງານ ປະຈຳປີ 2022 ສະມາຊິກພາຍໃນໜ່ວຍຊາວໜຸ່ມດັ່ງກ່າວອີກດ້ວຍ. ພ້ອມດຽວກັນນີ້, ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງກັບມາດຖານເງື່ອນໄຂໄດ້ກໍານົດໄວ້ ເຊິ່ງມີຜູ້ສະໝັກ 7 ສະຫາຍ, ຄັດເລືອກເອົາ 5 ສະຫາຍ, ກອງປະຊຸມໃຫຍ່ ຄັ້ງທີ III ນີ້ ໄດ້ເລືອກເອົາ ສະຫາຍ ຕະວັນທອງ ພັດທະວົງ ເປັນເລຂາໜ່ວຍຊຸດໃໝ່, ສະຫາຍ ນາງ ສຸນິສາ ວິລະທັນ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍ, ສະຫາຍ ຄຳເພັງ ລາດທະວີຄຳ ເປັນຮອງເລຂາ, ສະຫາຍ ນາງ ວຽງສອນ ວົງພາສຸກ ແລະ ສະຫາຍ ນາງ ຄອນສີ ມາລີຈັນ ເປັນຄະນະ.
           ຕອນທ້າຍ, ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ວົງເພັດ ບຸນມະນີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ໜ່ວຍຊາວໜຸ່ມຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ. ຈາກນັ້ນ; ຍັງໄດ້ເນັ້ນໜັກບາງບັນຫາສຳຄັນ ເປັນຕົ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍ ຕ້ອງເອົາໃຈໃສ່ເຕົ້້າໂຮມຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມເປັນເອກະພາບກັນ, ປັບປຸງວຽກງານການຕັ້ງເປັນແຕ່ລະໄລຍະ ໃຫ້ຖືກຕ້ອງ ເໝາະສົມ, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍຂອງລັດ; ເວົ້າລວມ, ເວົ້າສະເພາະ ປະຕິບັດລະບຽບກົດໝາຍ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ເປັນເຈົ້າການນຳກັນໃນການຕ້ານປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສືບຕໍ່ສ້າງເສດຖະກິດຄອບຄົວ ໂດຍຈັດຕັ້ງປະຕິບັດ ຕາມທິດທາງແຜນການ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຊາວໜຸ່ມຜູ້ທີ່ດີເດັ່ນ ໃຫ້ສົມກັບຄຳວ່າ “ຊາວໜຸ່ມປຽບເໝືອນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ” ພ້ອມກັນບຸກບືນຕໍ່ໜ້າທີ່ວຽກງານ ເປັນເຈົ້າການຮັກສາມູນເຊື້ອໜ່ວຍຊາວໜຸ່ມ 4 ບຸກໃນຄັ້ງຕໍ່ໆໄປ.
                                    ພາບ ແລະ ຂ່າວໂດຍ: ນາງ ປຸ້ຍນິຕາ ເພັງມີໄຊ