
ຕອນບ່າຍຂອງວັນສຸກ, ວັນທີ 2 ມິຖຸນາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ ໄດ້ຮ່ວມຊີວິດປະຈໍາເດືອນ 4-5 ປີ 2023, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ຮອງເລຂາໜ່ວຍພັກ, ເລຂາທິການສະພາປະຊາຊົນແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີ ບັນດາສະຫາຍຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ສະພາປະຊາຊົນແຂວງເຂົ້າຮ່ວມ.




ສະຫາຍ ນ. ຂັນທອງ ໂພທິສັກ ຄະນະໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ, ໄດ້ຜ່ານຮ່າງບົດສະຫລຸບການເຄື່ອນໄຫວວຽກງານຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ ປະຈໍາເດືອນ 4-5 ປີ 2023 ວ່າ: ຜ່ານການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະເລຂາທິການ, ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍສະພາປະຊາຊົນແຂວງ ເປັນຕົ້ນດ້ານການສຶກສາອົບຮົມການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ ເຊິ່ງສະມາຊິກຊາວໜຸ່ມພາຍໃນໜ່ວຍສະພາປະຊາຊົນແຂວງ ທີ່ສັງກັດໃນແຕ່ລະຄະນະກຳມະການ, ບັນດາຂະແໜງ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມການມອບໝາຍສໍາເລັດຫຼາຍດ້ານ ໃນຖານະທີ່ເປັນເສນາທິການຊ່ວຍວຽກຮອບດ້ານໃຫ້ແກ່ຄະນະປະຈຳ, ຄະນະກຳມະການ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ.

ພ້ອມນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນ ຂອງຄະນະບໍລິຫານງານຊາວໜຸ່ມແຂວງອີກຈໍານວນໜຶ່ງ ແລະ ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກຊາວໜຸ່ມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ຮ່າງບົດສະຫຼຸບ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວມ, ສົມບູນ, ຖືກຕ້ອງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
ໂອກາດດັ່ງກ່າວການຮ່ວມຊີວິດຄັ້ງນີ້ ຍັງໄດ້ຈັດການປ່ອນບັດເລືອກເອົາເລຂາຊາວໜຸ່ມຜູ້ໃໝ່ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີການເມືອງໃນປັດຈຸບັນ ແລະ ສາມາດເລືອກໄດ້ດັ່ງນີ້:
1. ສະຫາຍ ມີໄຊ ເສນນ້ອຍສີ ເປັນເລຂາໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ;
2. ສະຫາຍ ນ. ຂັນທອງ ໂພທິສັກ ເປັນຮອງເລຂາໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ;
3. ສະຫາຍ ສີແຫວງ ສີບຸນເຮືອງ ເປັນຄະນະໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ.


ຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເລຂາ, ຄະນະໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຜູ້ໃໝ່ ແລະ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ນໍາພາສະມາຊິກຊາວໜຸ່ມພາຍໃນໜ່ວຍຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ປະກົດຜົນເປັນຈິງ.

ພາບ/ຂ່າວ: ແສງພອນ ອິນນະລົງ.