loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໄລຍະ 1 ປີກໍາມະການຍຸຕິທໍາ ແລະ ປກຊ-ປກສ ມີຜົນສໍາເລັດຫຼາຍດ້ານ

ກ.ຍ. 18, 2024 | ເຂດ 16 ເຊກອງ

ວັນທີ 18 ກັນຍາ 2024 ນີ້, ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຂົງເຂດຍຸຕິທໍາຢູ່ ແຂວງ ເຊກອງ ໂດຍການຕ້ອນຮັບຂອງທ່ານ ດົງເພັດ ພະຍົນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນແຂວງເຊກອງ, ມີບັນດາທ່ານ ຄະນະປະສະມາຊິກສະພາແຫ່ງຊາດ, ຄະນະປະຈໍາ ສະພາປະຊາຊົນແຂວງ, ປະທານຄະນະກໍາມະການ, ພະແນກການຂົງເຂດຍຸຕິທໍາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.          ທ່ານ ໃຈເພັດ ພັນທະວົງ ປະທານກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນ ແຂວງເຊກອງ ໄດ້ລາຍງານວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນ ແຂວງເຊກອງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດການເປັນເສນາທິການໄຫ້ແກ່ຄະນະປະຈຳສະພາປະຊາຊົນແຂວງ ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຂົງເຂດຍຸຕິທຳ ແລະ ປກຊ-ປກສ ໂດຍສະເພາະດ້ານນິຕິກໍາ ໄດ້ເອົາໃຈໃສ່ປະສານສົມທົບ, ຊຸກຍູ້ອົງການປົກຄອງແຂວງ, ບັນດາກົງຈັກເສນາທິການ ຂອງອົງການປົກຄອງແຂວງ ສ້າງຂໍ້ຕົກລົງ ຂອງເຈົ້າແຂວງ, ນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ ໄດ້ 7 ສະບັບ ທຽບໃສ່ແຜນການ ໄດ້ 70%; ເປັນເຈົ້າການຈັດຕັ້ງການຄົ້ນຄວ້າ, ທາບທາມ, ປະກອບຄໍາເຫັນໃສ່ຮ່າງກົດໝາຍທີ່ຄະນະປະຈາສະພາແຫ່ງຊາດສົ່ງໃຫ້ ໄດ້ທັງໝົດ 26 ສະບັບ; ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດເສຖະກິດ, ຂົງເຂດຍຸຕິທຳ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດສະພາແຫ່ງຊາດ, ສະພາປະຊາຊົນແຂວງ 11 ສະບັບ, ປະເມີນຜົນການຈັດຕັ້ງປະຕິບັດຂໍ້ ຕົກລົງຂອງເຈົ້າແຂວງ 2 ສະບັບ ແລະ ເຂົ້າຮ່ວມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ, ນິຕິກຳລຸ່ມກົດໝາຍທີ່ບັນດາກະຂວງ, ອົງການຈັດຂຶ້ນ; ເອົາໃຈໃສ່ໂຄສະນາ, ເຜີຍແຜ່ກົດໝາຍ, ນິຕິກຳລຸ່ມກົດໝາຍ ຂົງເຂດສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ຂົງເຂດສອງກໍາລັງ ຈັດຕັ້ງການໂຄສະນາສະເພາະ ແລະ ໂຄສະນາໃນໂອກາດຜັນຂະຫຍາຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ແລະ 7 ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ 75 ເທື່ອບ້ານ, ມີຜູ້ເຂົ້າຮັບຟັງ 11,774 ເທື່ອຄົນ; ໄດ້ຊຸກຍູ້, ສົມທົບກັບອົງການປົກຄອງແຂວງ, ກົງຈັກເສນາທິການຂອງອົງການປົກຄອງແຂວງ ໂຄສະນາເຜີຍແຜ່ກົດໝາຍໃນຂົງເຂດຮັບຜິດຊອບຂອງຂະແໜງການດ້ວຍຮູບການຕ່າງໆ ອອກລາຍການວິທະຍຸ, ໂທລະໂຄ່ງ, ຈັດຕັ້ງການຮຽນ-ການສອນ ຂັ້ນບ້ານ, ຂັ້ນເມືອງ ແລະ ໂຄສະນາເຊິ່ງໜ້າໄດ້ກວມອັດຕາກວ່າເຄິ່ງ ຂອງຈໍານວນບ້ານ ໃນທົ່ວແຂວງ.        ດ້ານການຕົກລົງບັນຫາສໍາຄັນຂອງທ້ອງຖິ່ນ ໄດ້ເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ, ຄະນະປະຈຳສະພາປະຊາຊົນແຂວງ ໃນການຄົ້ນຄວ້າ, ຕົກລົງບັນຫາສໍາຄັນ ຂອງທ້ອງຖິ່ນ ໂດຍສະເພາະໃນເວລາດໍາເນີນກອງປະຊຸມສະໄໝສາມັນ, ກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ອອກເປັນມະຕິຂອງສະພາປະຊາຊົນແຂວງ 5 ສະບັບ, ໂດຍສະເພາະແມ່ນບົດສະຫຼຸບ ແລະ ແຜນການເຄື່ອນໄຫວ ປີ 2024 ຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ, ການສະເໜີ ສ້າງຕັ້ງສານປະຊາຊົນເຂດ II, ການສະເໜີແຕ່ງຕັ້ງປະທານສານປະຊາຊົນເຂດ II, ການສະເໜີ ແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນເຂດ 1, ອອກເປັນມະຕິຄະນະປະຈຳສະພາປະຊາຊົນແຂວງ 3 ສະບັບ, ການເລື່ອນຊັ້ນ-ຂັ້ນຜູ້ພິພາກສາຊັ້ນ I-III ແລະ ຮັບຮອງເອົາການແຕ່ງຕັ້ງ ຮອງປະທານສານປະຊາຊົນເຂດ II 2 ທ່ານ. ນອກນັ້ນ, ຍັງໄດ້ເປັນເສນາທິການໃຫ້ແກ່ຄະນະປະຈຳໃນການຄົ້ນຄວ້າ, ກວດກາຄວາມຖືກຕ້ອງ, ສອດຄ່ອງດ້ານກົດໝາຍ ກ່ອນການແຕ່ງຕັ້ງບຸກຄະລະກອນສໍາຄັນຂອງອົງການປົກຄອງແຂວງ.                                                                           ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດພາລະບົດບາດ ຕິດຕາມກວດກາຂອງຄະນະກຳມະການ ໂດຍຫັນເອົາແຜນເຄື່ອນໄຫວຕິດຕາມກວດກາ 2021-2025 ມາເປັນແຜນປະຈໍາປີ 2024, ແຜນ 6 ເດືອນ ແລະ ແຜນປະຈໍາໄຕຣມາດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ດ້ວຍຮູບການຕ່າງໆເປັນຕົ້ນ: ຕິດຕາມກວດກາໂດຍການລາຍງານໃນກອງປະຊຸມສະໄໝສາມັນ, ກອງປະຊຸມຄະນະປະ ຈຳ, ຊຸກຍູ້ໄຫ້ເປີດກອງປະຊຸມຮອບວຽນ 4 ພາກສ່ວນ, ເຊີນເຂົ້າມາລາຍງານບັນຫາຮີບດ່ວນ, ການສົ່ງເນື້ອໃນ, ຫົວຂໍ້ໃຫ້ລາຍງານ, ໂດຍການຊັກຖາມ ແລະ ການລົງຕິດຕາມກວດກາຕົວຈິງ ຢູ່ບັນດາເມືອງ, ຢູ່ຄ້າຍຄຸມຂັງ-ດັດສ້າງ ຂອງແຂວງ, ຄ້າຍກັກຂັງຊົ່ວຄາວບັນດາເມືອງ ແລະ ການຈັດຕັ້ງປະຕິບັດກົດໝາຍ ຂອງບັນດາຫົວໜ່ວຍທຸລະກິດ ໂດຍສະເພາະໃນຂົງເຂດ ປກຊ-ປກສ ນັບທັງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ທັງໝົດ 17 ຄັ້ງ.                                                                                                                 #ໂດຍ:ນາລີວັນ