ໂດຍ: ທິດດີ
ຖືວ່າເປັນບັນຫາຂອງສັງຄົມໂລກທີ່ແກ້ບໍ່ຕົກມາຫຼາຍປີ. ອົງການ ອອກຟາມ ສາກົນ (Oxfam International) ເຊິ່ງເປັນອົງກອນພາກປະຊາສັງຄົມ ເຮັດໜ້າທີ່ດ້ານເສດຖະກິດໂດຍການກະຈາຍລາຍໄດ້; ໄດ້ນຳສະເໜີເອກະສານໃນເດືອນມັງກອນ 2023 ໃນຫົວຂໍ້: ທາງລອດຂອງອະພິມະຫາເສດຖີ =… “Survival of the Richest” … ໂດຍລະບຸວ່າ: ຕ້ອງເກັບພາສີນຳພວກເຫຼືອກິນເຫຼືອໃຊ້.
ມີຂໍ້ສະຫຼຸບວ່າ: ນັບແຕ່ປີ 2020 ເປັນຕົ້ນມາ ຄົນ 1% ຂອງໂລກ ເປັນຜູ້ສ້າງຄວາມຮັ່ງມີກວມຈຳນວນ 2 ໃນ 3 ຂອງໂລກ. ສ່ວນ 1 ໃນ 3 ທີ່ເຫຼືອແມ່ນປະຊາກອນໂລກ 99% ໄດ້ຮັບ; ໝາຍຄວາມວ່າລະຫວ່າງກຸ່ມ 80 ລ້ານຄົນ ກັບ 7.920 ລ້ານຄົນ ມັນແຕກໂຕນກັນສໍ່າໃດ? ປີ 2022 ກຸ່ມທຸລະກິດອາຫານ ກັບ ພະລັງງານ ສ້າງກຳໄລຫຼາຍກວ່າປົກກະຕິ 2 ເທົ່າ ມີການຈ່າຍປັນຜົນໃຫ້ຜູ້ຖືຮຸ້ນເຖິງ 257.000 ລ້ານໂດລາ ໃນຂະນະທີ່ສິນຄ້າກຸ່ມນີ້ແພງຂຶ້ນໃນທົ່ວໂລກ, ມີຄົນປະມານ 800 ລ້ານຄົນທົ່ວໂລກ ຢູ່ໃນສະພາວະອຶດຫິວ. ສ່ວນກອງທຶນການເງິນລະຫວ່າງປະເທດ IMF ປະເມີນວ່າ: ປີ 2023 ເສດຖະກິດ 1 ໃນ 3 ຂອງປະເທດທົ່ວໂລກຈະຖົດຖອຍ; ໃນຂະນະທີ່ຄົນສ່ວນໃຫຍ່ໃນໂລກທຸກລົງ ແຕ່ມີຄົນກຸ່ມໜຶ່ງພັດຮັ່ງມີລໍ້າລວຍຂຶ້ນຢ່າງມະຫາສານ; ນັບແຕ່ປີ 2020 ເປັນຕົ້ນມາ ຄົນ 1% ຂອງໂລກ ສ້າງຄວາມລໍ້າລວຍກວມ 2 ໃນ 3 ຂອງໂລກ ໝາຍວ່າໃນສັດສ່ວນ 1% ກັບ 99% ຈະພົບວ່າ 99% ຂອງປະຊາກອນໂລກມີລາຍໄດ້ສະເລ່ຍມື້ໜຶ່ງ 1 ໂດລາ ແຕ່ກຸ່ມເສດຖີມີລາຍໄດ້ສະເລ່ຍເພີ່ມມື້ໜຶ່ງ 1,7 ລ້ານໂດລາຕໍ່ຄົນ. ໄລຍະຫ່າງນີ້ ຕ້ອງຖືກແກ້ໄຂດ້ວຍການເກັບພາສີເພີ່ມຂຶ້ນສຳລັບເສດຖີເຊັ່ນວ່າ: ເກັບພາສີຄົນຮັ່ງ (Wealth tax) 2% ຈາກເສດຖີເງິນລ້ານ (World’s millionaires); 3% ຈາກພວກທີ່ມີເງິນຫຼາຍກວ່າ 50 ລ້ານ ແລະ 5% ຈາກພວກເສດຖີພັນລ້ານ ຫາກເກັບແບບນີ້ຈະລະດົມເງິນໄດ້ເຖິງ 1,7 ລ້ານລ້ານໂດລາຕໍ່ປີ ເຊິ່ງພຽງພໍສຳລັບຊ່ວຍໃຫ້ຄົນປະມານ 2 ພັນລ້ານຄົນໃນໂລກຫຼຸດຈາກຄວາມອຶດຫິວ ແລະ ຍາກຈົນ.
ອົງການ Oxfam ກ່າວວ່າ: ສຳລັບຄົນຮັ່ງມີຂອງໂລກ 1% ນັ້ນ ຄວນເສຍພາສີ 60% ຂອງລາຍໄດ້ຈາກທຸກແຫຼ່ງເປັນຕົ້ນ ແມ່ນພາສີການຖືຄອງມໍລະດົກ; ອະສັງຫາລິມະຊັບ ແລະ ທີ່ດິນ. ການເກັບພາສີຄົນຮັ່ງມີນີ້ ຄວນເຮັດພ້ອມກັນໃນທຸກປະເທດ ເພື່ອຢຸດລະບົບເສດຖະກິດທີ່ເອື້ອປະໂຫຍດໃຫ້ຄົນຮັ່ງມີ ເຊິ່ງຖືວ່າແນວທາງເສດຖະກິດນີ້ຜິດພາດ ເພາະສ້າງໃຫ້ ໄລຍະຫ່າງລະຫວ່າງເສດຖີກັບຄົນຈົນ ຫຍັບອອກຈາກກັນເລື້ອຍໆ. ຕາມຂໍ້ມູນນີ້ ພໍສະຫຼຸບໄດ້ວ່າ: ອົງການ Oxfam ຢາກໃຫ້ມີການເກັບພາສີຄົນຮັ່ງມີໃຫ້ສູງຂຶ້ນ ເພື່ອກະຈາຍລົງມາສູ່ພາກປະຊາກອນໂລກທີ່ທຸກຈົນ ແລະ ອຶດຫິວ… ຄວາມຄິດນີ້ເປັນເລື່ອງດີ ແຕ່ພາກປະຕິບັດຕົວຈິງຍາກຫຼາຍ.
ປີ 2022 ທະນາຄານໂລກ (WB) ປະກາດຍອມຮັບວ່າບໍ່ສາມາດຫຼຸດຄວາມຍາກຈົນໄດ້ຕາມເປົ້າໝາຍ (extreme poverty) ໝາຍເຖິງໄລຍະຫ່າງລະຫວ່າງເສດຖີ ແລະ ຄົນຈົນນັບມື້ຫຍັບອອກຫ່າງໄກກັນ; ມີຫຼາຍປະເທດພວມຢູ່ໃນສະພາວະລົ້ມລະລາຍ ບໍ່ມີເງິນຈ່າຍໜີ້ສິນສາທາລະນະ; ໃນປະເທດຍາກຈົນງົບປະມານທີ່ນຳໄປໃຊ້ໜີ້ສູງກວ່າງົບສາທາລະນະສຸກ 4 ເທົ່າຕົວ. ປີ 2023 ເສດຖະກິດໂລກ ຍັງຕ້ອງປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ ຈາກວິກິດການພະລັງງານ; ອາຫານ ສືບເນື່ອງມາຈາກຂໍ້ຂັດແຍ່ງລະຫວ່າງປະເທດໃຫຍ່ໃນໂລກ. ທັງໝົດນັ້ນ ຄືການຄາດຄະເນເນີ!