ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ພ.ພ. 9, 2025 | ເຂດ 4 ອຸດົມໄຊ

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂື້ນຢ່າງເປັນທາງການ, ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2025 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ, ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ ເຈົ້າແຂວງ, ພ້ອມດ້ວຍການນໍາພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ແຂກເຊີນ ຕະຫຼອດຮອດສະມາຊິກ ສະພາແຫ່ງຊາດ, ສະພາປະຊາ ຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້, ເພື່ອເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ຕາມທີ່ ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ອີກດ້ານໜຶ່ງກໍ່ເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງສະພາປະຊາຊົນແຂວງ ໃນການຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກໃຫ້ເປັນອັນລະອຽດ ເພື່ອສືບຕໍ່ສ້າງລັດທີ່ປົກຄອງດ້ວຍ ກົດໝາຍສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍມີປະສິດທິພາບປະສິດທິຜົນສູງຂຶ້ນເລື້ອຍໆຢູ່ຂັ້ນທ້ອງຖິ່ນ. ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້: 1). ພິຈາລະນາໜັງສືສະເໜີຂອງທ່ານເຈົ້າແຂວງກ່ຽວກັບການປັບປຸງກົງຈັກຂອງອົງການປົກຄອງແຂວງ, 2). ພິຈາລະນາ ແລະ ຮັບຮອງເອົາຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍ ການທົດແທນຄ່າເສຍຫາຍຈາກໂຄງການພັດທະນາປິ່ນອ້ອມສະຖານີລົດໄຟ ເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງທາງດ່ວນຊ່ວງຜ່ານເທດສະບານເມືອງໄຊ ແຂວງອຸດົມໄຊ.
ໂອກາດດຽວກັນນີ້ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງເພີ່ມທະວີຄວາມຮັບຜິດຊອບ, ປະສານສົມທົບ, ໃຫ້ຄວາມຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບດ້ານການເມືອງຂອງຕົນ, ສຸມທຸກສະຕິປັນຍາ ເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາເຫັນຕໍ່ບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດຜົນ, ແທດເໝາະກັບຕົວຈິງ ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີ່ວ່າງໄວ້.
ພາບ/ຂ່າວ: ສະພາປະຊາຊົນແຂວງ.