ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV.

ທ.ວ. 25, 2025

  
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV, ໄດ້ໄຂຂຶ້ນຢ່າງເປັນທາງການ, ໃນຕອນເຊົ້າຂອງວັນທີ 24 ທັນວາ ປີ 2025 ຢູ່ທີສະໂມສອນຂອງແຂວງ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ບັນດາທ່ານຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍການນໍາພັກ-ລັດ, ອາດີດການນໍາພັກ-ລັດ, ອາດີດ ສສຊ-ສສຂ, ສະມາຊິກສະພາແຫ່ງຊາດ-ສະມາຊິກສະພາປະຊາຊົນແຂວງ ແລະ ແຂກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກ່າວໄຂ່ກອງປະຊຸມທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ກ່າວວ່າ: ໂດຍປະຕິບັດຕາມ ລັດຖະທໍາມະນູນ ແລະ ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2025 ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້:
1. ຮັບຟັງບົດລາຍງານ ການເຄື່ອນໄຫວວຽກງານ ຂອງຄະນະກໍາມະການປົກຄອງແຂວງ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງທິດທາງແຜນການ ປະຈໍາ 5 ປີ (2026-2030), ປະຈໍາປີ 2026 ຂອງແຂວງອຸດົມໄຊ;
2. ບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ 5 ປີ (2021-2025) ແລະ ຮ່າງທິດທາງແຜນການໃນຕໍ່ໜ້າ;
3. ບົດລາຍງານ ກ່ຽວກັບການສ້າງຕັ້ງຕາແສງ ຂອງແຂວງອຸດົມໄຊ;
4. ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາ 5 ປີ (2023-2025), ປະຈໍາປີ 2025 ຂອງອົງການກວດສອບ ປະຈໍາພາກເໜືອ 2 ແລະ ຮ່າງທິດທາງແຜນການ ປະຈໍາປີ 5 ປີ (2026-2030), ປະຈໍາປີ 2026 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024;
5. ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງອົງການກວດກາລັດແຂວງ ປະຈໍາປີ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງທິດທາງແຜນການ ປະຈໍາປີ 5 ປີ (2026-2030), ປະຈໍາປີ 2026 ແລະ ຜົນການກວດກາຕາມຜົນການກວດສອບ ປະຈໍາປີ 2023;
6. ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງອົງການໄອຍະການປະ ຊາຊົນແຂວງ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງທິດທາງແຜນການ ປະຈໍາປີ 5 ປີ (2026-2030), ປະຈໍາປີ 2026;
7. ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ຂອງສານປະຊາຊົນແຂວງ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງທິດທາງແຜນການ ປະຈໍາປີ 5 ປີ (2026-2030), ປະຈໍາປີ 2026;
8. ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ໄລຍະ 5 ປີ (2021-2025) ແລະ ຮ່າງທິດທາງແຜນການໃນຕໍ່ໜ້າ;
9. ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ ຊຸດທີ V;
10. ຮັບຟັງການປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງ ຕໍ່ບົດລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ຊຸດທີ IV;
11. ມອບໃບຢັ້ງຢືນການສໍາເລັດໜ້າທີ່ ແລະ ມອບຫຼຽນກາທີ່ລະນຶກ 50 ປີວັນສ້າງຕັ້ງສະພາແຫ່ງຊາດ ໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ອາດີດການນໍາແຂວງ, ອາດີດສະມາຊິກສະພາແຫ່ງຊາດ-ສະມາຊິກສະພາປະຊາຊົນແຂວງ;
ນອກຈາກນີ້, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງ, ຕອບຄໍາຊັກຖາມຈາກພາກສ່ວນກ່ຽວ ຂ້ອງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ທີ່ມີຄວາມສົນໃຈຕໍ່ບັນຫາຕ່າງໆພາຍໃນແຂວງ ໃນວາລະກອງປະຊຸມຄັ້ງນີ້.
ພ້ອມກັນນັ້ນ, ທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕ່າງໆ ທີ່ຈະນຳເຂົ້າໃນການພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບທາງການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນຄວ້າ, ພິຈາລະນາ, ປະກອບຄໍາເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ມີຈຸດສຸມ ເຂົ້າໃສ່ແຕ່ລະເນື້ອໃນ ທີ່ນໍາມາພິຈາລະນາ ໃຫ້ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບ ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງສ້າງສັນ ແລະ ພາວະວິໄສ ຄົບຖ້ວນ; ເພື່ອເຮັດໃຫ້ການພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ມີຄຸນນະພາບ, ມີປະສິດທິພາບສູງ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ຍັງໄດ້ເປີດໂທລະສັບສາຍດ່ວນໃຫ້ມ່ວນຊົນທີ່ສົນໃຈບັນຫາຕ່າງໆ ໂທເຂົ້າສູ່ກອງປະຊຸມໂດຍບໍ່ໄດ້ເສຍຄ່າ ຕາມເລກໝາຍ 081 156 ໃນໂມງລັດຖະການ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.