ໃນໂອກາດທີ່ຈັດກອງປະຊຸມຝຶກອົບຮົມສ້າງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ແລະ ກົງຈັກເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນ ທີ່ເມືອງນາກາຍ.

ມ.ຖ. 5, 2023

ວັນທີ 18 ພຶດສະພາ 2023 ທີ່ເມືອງນາກາຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນດາ ທ່ານສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ແລະ ພະນັກງານ ໄດ້ສ້າງກິດຈະກຳກິລາບານເຕະ ຮ່ວມກັບ ຄະນະອົງການປົກຄອງເມືອງນາກາຍ ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ສະເຫຼີມສະຫຼອງຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ໃກ້ຈະໜູນວຽນມາບັນຈົບຄົບຮອບອີກວາລະໜື່ງ.