ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ຢ້ຽມຊົມໂຄງການຊົນລະປະທານ ນໍ້າກະຕະ ທີ່ບ້ານ ນາສົມບູນ, ພ້ອມນັ້ນຍັງໄດ້ສືບຕໍ່ເຄື່ອນໄຫວ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວປະຊາຊົນຜູ້ປະສົບເຄາະຮ້າຍຈາກໄຟໄໝ້ ທີ່ບ້ານ ນາເປງ ເພື່ອເປັນນໍ້າໃຈ ແລະ ເປັນການບັນເທົາທຸກໃຫ້ແກ່ຄອບຄົວດັ່ງກ່າວ.


( ອາລີ )