ໂຮງຮຽນອິດສະຫຼະພອນ ຢ້ຽມຊົມຫ້ອງມູນເຊື້ອສະພາແຫ່ງຊາດ

ມ.ຖ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນສວາຍວັນທີ 28 ມີນານີ້, ກົມສື່ມວນຊົນ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພານັກຮຽນໂຮງຮຽນ ອິດສະຫຼະພອນ ທີ່ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ຈຳນວນ 90 ຄົນ ເຊິ່ງນຳໂດຍ ທ່ານ ນາງ ພອນມະນີ ໄຊຍະວົງ ຜູ້ອຳນວຍການໂຮງຮຽນດັ່ງກ່າວ.
ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຮັດໃຫ້ນ້ອງໆນັກຮຽນ, ຄູ-ອາຈານ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)