ໂຄສະນາ-ປະຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80.

ຕ.ລ. 20, 2025

ຕອນເຊົ້າວັນທີ 20 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ໂຄສະນາ-ປະຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80, ໂດຍການເປັນປະທານຂອງສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີສະຫາຍ ນ. ວັນສີ ພວງມະໄລ ກໍາມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ບັນດາສະຫາຍໃນຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ 80 ປີ, ຄືວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດ ຂອງຊາດລາວເຮົາເປັນຄັ້ງທໍາອິດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດ. ວັນດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ຂອງກອງທັບ ແລະ ປະຊາຊົນເຮົາ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ເປັນເຫດການໜື່ງທີ່ມີຄວາມໝາຍສໍາຄັນໃນປະຫວັດສາດຂອງຊາດລາວພວກເຮົາ, ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ແລະ ປະ ຫວັດສາດການທູດລາວ ເຊິ່ງມີຕົ້ນກໍາເນີດມາແຕ່ດຶກດໍາບັນ ແລະ ຕິດພັນກັບການຂະຫຍາຍຕົວຂອງປະຫວັດສາດຂອງຊາດລາວໃນແຕ່ລະໄລຍະ. ເຖິງຈະບໍ່ມີນະໂຍບາຍການຕ່າງປະເທດຂອງຕົນເອງເປັນພື້ນຖານໃຫ້ແກ່ການດໍາເນີນການທູດ, ແຕ່ການທູດໃນສະໄໝບູຮານຂອງລາວ ແມ່ນເກີດມາຈາກຂະບວນການຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດເປັນຫຼັກ ເຊິ່ງຈະເຫັນໄດ້ວ່າບັນພະບູລຸດຂອງລາວ ໄດ້ຕໍ່ສູ້ເພື່ອປົກປັກຮັກສາຄວາມເປັນເອກະລາດຂອງລາວ ຈົນເຖິງປັດຈຸບັນເຊັ່ນ: ມີຜືນແຜ່ນດິນ, ມີປະຊາກອນ, ມີຫ້ວຍນໍ້າລໍາເຊ, ມີປະເພນີ-ວັດທະນະທໍາ ແລະ ມີໂຕໜັງສື ທີ່ບົ່ງບອກເຖິງຄວາມເປັນລາວ ດັ່ງນີ້ເປັນຕົ້ນ.
ຫຼັງຈາກນັ້ນ, ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ຕຸລາ ແລະ ທິດທາງແຜນການປະຈໍາເດືອນ ພະຈິກ 2025. ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ ໃຫ້ເນື້ອໃນຄົບຖ້ວນສົມບູນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍຢ່າງຈິງອົກຈິງໃຈ, ກົງໄປກົງມາ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.