ໂຄງການຂໍ້ລິເລີ່ມຊາວໜຸ່ມ ຕິມໍ ແລັດສະເຕ ຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບ ສພຊ

​ກ.ກ. 30, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 28 ກໍລະກົດຜ່ານມາ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ບຸນຍົງ ພົນເສນາ ຫົວໜ້າກົມກົດໝາຍ, ກໍາມາທິການກົດໝາຍ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນຄັ້ງທໍາອິດກັບທ່ານ ນາງ ຈູລີເຊີຍ ໂລເປດ ດູເທວ ຊາເມັນໂຕ ຜູ້ປະສານງານ ແລະ ສະມາຊິກໂຄງການຂໍ້ລິເລີ່ມຊາວໜຸ່ມ ຕິມໍ ແລັດສະເຕ ເພື່ອການພັດທະນາ ພ້ອມດ້ວຍຄະນະ ເພື່ອເປັນພື້ນຖານອັນສໍາຄັນໃຫ້ແກ່ການພົວພັນຮ່ວມມື ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ທັງເປັນການສົນທະນາແລກປ່ຽນບົດຮຽນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບພາລະບົດບາດ ແລະ ການເຄື່ອນໄຫວວຽກງານໂດຍລວມຂອງ ສພຊ ລາວ ແລະ ໂຄງການຂໍ້ລິເລີ່ມຊາວໜຸ່ມ ຕີມໍ ແລັດສະເຕ ເພື່ອການພັດທະນາ.
ທ່ານ ບຸນຍົງ ພົນເສນາ ໄດ້ຕີລາຄາສຸງຕໍ່ການພົວພັນ ແລະ ຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາ ຕີມໍ ແລັດສະເຕ ເຊິ່ງການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ທີ່ນະຄອນຫຼວງວຽງຈັນ ໃນເດືອນຕຸລາ 2024 ຂອງຄະນະຜູ້ແທນລັດຖະສະພາ ຕີມໍ ແລັດສະເຕ ເປັນການປະກອບສ່ວນເຂົ້າໃນຜົນສໍາເລັດອັນຈົບງາມຂອງ ສພຊ ລາວ, ພິເສດ ໃນວັນທີ 21 ຕຸລາ 2024 ທ່ານປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ມາເຣຍ ເຟີນານດາ ເລ (Maria Fernanda Lay) ປະທານລັດຖະສະພາ ຕິມໍ ແລັດສະເຕ ແລະ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ກໍໄດ້ພົບປະກັບທ່ານ ນາງ ມາເຣຍ ເຟີນັນດາ ເລ ໃນໂອກາດເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ອາຊຽນ ຄັ້ງທີ 14 ທີ່ປະເທດມາເລເຊຍ ໃນວັນທີ 26 ພຶດສະພາ 2025; ສະແດງຄວາມຫວັງວ່າອົງການນິຕິບັນຍັດຂອງສອງປະເທດ ຈະສືບຕໍ່ຮ່ວມມື, ປະສານສົມທົບ ແລະ ສະໜັບສະໜູນກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນ ຕົ້ນແມ່ນ AIPA, IPU ແລະ ອົງການອື່ນໆ. ທ່ານຫົວໜ້າກົມກົດໝາຍ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບພາລະບົດບາດ ແລະ ການເຄື່ອນໄຫວວຽກງານໂດຍລວມຂອງສະພາແຫ່ງຊາດ, ຂະບວນການນິຕິບັນຍັດຂອງລາວ, ບົດບາດຂອງ ສພຊ ໃນການປະສານສົມທົບກັບບັນດາກະຊວງ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ກົນໄກທີ່ຮັບປະກັນໃນການກວດກາ ເພື່ອໃຫ້ເກີດຄວາມດຸ່ນດ່ຽງໃນຂັ້ນຂອງການຄຸ້ມຄອງວຽກງານ.
ທ່ານ ນາງ ຈູລີເຊີຍ ໂລເປດ ດູເທວ ຊາເມັນໂຕ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນຂອງ ຕິມໍ ແລັດສະເຕ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຄງການຂໍ້ລິເລີ່ມຊາວໜຸ່ມ ຕິມໍ ແລັດສະເຕ ເພື່ອການພັດທະນາ.
ຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນບົດຮຽນໃນບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ.
ສປປລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ ແລັດສະເຕ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 29 ກໍລະກົດ 2002.
(ນາງ ອາລິນ ສຸພິມມະປະດິດ)