(ສພຊ) – ໃນລະຫວ່າງວັນທີ 04-07 ມິຖຸນາ 2024 ຄະນະຜູ້ແທນວິຊາການອາວຸໂສຂອງສະພາແຫ່ງຊາດ ແຫ່ງ ສປປລາວ ນຳໂດຍທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ກຳມາທິການການຕ່າງ ປະເທດ ໄດ້ເຂົ້າຮ່ວມການເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ລັດຖະສະພາ ແຫ່ງສາທາລະນະລັດຝຣັ່ງ ໂດຍການຮ່ວມມືລະຫວ່າງລັດຖະສະພາຝຣັ່ງ ແລະ ສູນລັດຖະສະພາອາຊີ (PCASIA) ຮ່ວມກັນຈັດຂຶ້ນ ເຊິ່ງມີການເຂົ້າຮ່ວມຈາກສະພາແຫ່ງຊາດ ຂອງ ສປປລາວ ແລະ ລາຊະອານາຈັກກຳປູເຈຍ.

ໃນການເຂົ້າຮ່ວມຄັ້ງນີ້, ຄະນະຜູ້ແທນໄດ້ຮ່ວມກັນແລກປ່ຽນຂໍ້ມູນຂ່າວສານ ແລະ ຮຽນຮູ້ກ່ຽວກັບວຽກງານລັດຖະສະພາ ທີ່ນຳໃຊ້ລະບົບເຕັກໂນໂລຊີທັນສະໄໝ ແລະ ນະວັດຕະກຳອັດສະລິຍະ ໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ, ການສ້າງ ແລະ ປັບປຸງກົດໝາຍ, ການພິຈາລະນາ ແລະ ຮັບຮອງກົດໝາຍຢູ່ໃນກອງປະຊຸມ, ການຮ່າງບົດບັນທຶກລາຍງານຜົນຂອງກອງປະຊຸມ, ການຕັ້ງຄຳຊັກຖາມຕໍ່ລັດຖະບານຢູ່ກອງປະຊຸມ, ການຮັບ ຄົ້ນຄວ້າ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ການພົວພັນປະສານງານລະຫວ່າງລັດຖະສະພາກັບອົງການປົກຄອງຂັ້ນສູນກາງ ແລະ ທ້ອງ ຖິ່ນ, ການຄຸ້ມຄອງ-ບໍລິຫານ ແລະ ການສະໜອງຂໍ້ມູນຂ່າວສານ ທີ່ນຳໃຊ້ລະບົບຖານຂໍ້ມູນລັດຖະສະພາແບບເປີດ (Open Parliament), ວຽກງານສື່ມວນຊົນທີ່ນຳໃຊ້ຊ່ອງທາງການສື່ສານແບບມວນຊົນ, ວຽກງານຄຸ້ມຄອງ-ພັດທະນາບຸກຄະລາກອນ, ວຽກງານພະລາທິການ, ບໍລິຫານ-ການຄຸ້ມຄອງ, ການເງິນ-ງົບປະມານ ແລະ ອື່ນໆ; ພ້ອມກັນນີ້, ຄະ ນະຜູ້ແທນຍັງໄດ້ເຂົ້າສັງເກດການ ແລະ ທັດສະນະເບິ່ງຕົວຈິງການດຳເນີນກອງປະຊຸມລັດຖະສະພາ, ການເຮັດບົດບັນທຶກລາຍງານກອງປະຊຸມ, ການເກັບຮັກສາ-ວາງສະ ແດງຊັບສົມບັດອັນລ້ຳຄ່າ, ບັນດາຕຶກອາຄານທີ່ເຕັມໄປດ້ວຍສະຖາປັດຕະຍະກຳອັນເກົ່າແກ່ ແລະ ສວຍງາມ, ຫ້ອງສະໝຸດ, ຫໍມູນເຊື້ອ, ຫ້ອງຖ່າຍທຳລາຍການໂທລະພາບຂອງລັດຖະສະພາ, ບັນດາຖານຂໍ້ມູນທາງອອນລາຍ ລວມທັງການນຳໃຊ້ແອັບປລິເຄຊັນ ແລະ ອື່ນໆ.
ໃນໂອກາດເຂົ້າຮ່ວມການເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ກໍໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວຂ້ອງກັບວຽກງານທີ່ກ່າວມາຂ້າງເທິງ ໂດຍການຍົກໃຫ້ເຫັນການນຳໃຊ້ເຕັກນິກທັນສະໄໝ, ການນຳໃຊ້ພາຫະນະສື່ສານແບບອອນລາຍ ເຂົ້າໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ວຽກງານສື່ມວນຊົນ, ການສະໜອງຂໍ້ມູນຂ່າວສານ ແລະ ວຽກງານການພົວພັນປະສານງານຂອງສະພາແຫ່ງຊາດລາວ; ພ້ອມກັນນີ້, ຍັງໄດ້ຮ່ວມກັນປຶກສາຫາລືຊອກຫາຊ່ອງທາງໃນການຮ່ວມມື, ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ເຊິ່ງກັນ ແລະກັນ ໃນວຽກງານການແລກປ່ຽນ, ການສ້າງລະບົບນຳໃຊ້ຖານຂໍ້ມູນຂ່າວສານຂອງລັດຖະສະພາໃນຕໍ່ໜ້າອີກດ້ວຍ.