
ຕອນເຊົ້າຂອງວັນອັງຄານ, ວັນທີ 21 ມີນາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ກັບ ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງ, ໂດຍການເປັນປະທານຮ່ວມຂອງສະຫາຍ ບຸນເສີນ ເຍືອນຂັວນພະຈັນ ເລຂາຊາວໜຸ່ມໜ່ວຍຮາກຖານ ຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ຄໍາດອນ ສີປະເສີດ ເລຂາຊາວໜຸ່ມໜ່ວຍຮາກຖານ ສະພາປະຊາຊົນແຂວງ, ມີສະມາຊິກຊາວໜຸ່ມພາຍໃນຂອງ 2 ໜ່ວຍຮາກຖານເຂົ້າຮ່ວມທັງໜົດ 24 ສະຫາຍ, ຍິງ 11 ສະຫາຍ;


ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຜັນຂະຫຍາຍມູນເຊື້ອແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປຽ່ນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ(22 ມີນາ 1955 – 22 ມີນາ 2023), ສະເໜີໂດຍສະຫາຍ ບຸນເສີນ ເຍືອນຂັວນພະຈັນ ເລຂາໜ່ວຍຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ.






ໃນຕອນທ້າຍ, ກອງປະຊຸມໄດ້ເປັນເອກະພາບກັນ ວາງຄາດໝາຍສູ້ຊົນໃນປີຕໍ່ໜ້າຄື: ສືບຕໍ່ຈັດກອງປະຊຸມແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ໄດ້ 01 ຄັ້ງຂຶ້ນໄປ, ໂດຍການພັດປ່ຽນກັນເປັນເຈົ້າພາບ.

ພາບ/ຂ່າວ: ແສງພອນ ອິນນະລົງ.