ອີງຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ອີງຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 134/ຄປຈ, ລົງວັນທີ 19 ຕຸລາ 2018 ວ່າດ້ວຍການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ອຂງສະພາແຫ່ງຊາດ ຊຸດທີ VIII.
ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງ ມາຍັງອົງການຈັດຕັ້ງພັກ, ລັດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຊາບວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງຈະຈັດຂື້ນຢ່າງເປັນທາງການລະຫວ່າງວັນທີ 20 ພະຈິກ ຫາ 21 ທັນວາ 2018.
ດັ່ງນັ້ນ, ຈື່ງແຈ້ງມາເພື່ອຊາບ ແລະ ເຂົ້າໃຈຕາມນີ້ດ້ວຍ.
ແຈ້ງການ ຂອງຄະນະເລຂາທິການສະພາແຫ່ງຊາດ
