ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ ໄດ້ໄຂຂຶ້ຶ້ນໃນວັນທີ 31 ສິງຫາ ນີ້, ທີ່ສະໂມສອນແຂວງເຊກອງ, ໂດຍການເປັນປະທານຂອງທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຄະນະປະຈໍາພັກແຂວງ, ສະມາຊິກສະພາປະຊາຊົນແຂວງ ແລະສະພາແຫ່ງຊາດ, ພະແນກການ, ກມກອງ ແລະຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປອ ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນໂອກາດທີ່ດີໃຫ້ແກ່ພວກເຮົາຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດບັນດາກົດໝາຍ ເພື່ອກ້າວໄປເຖິງການປັບປຸງບັນດາກົດໝາຍໃນຕໍ່ໜ້າ. ເຊິ່ງຈຸດປະສົງຂອງການປະເມີນຄັ້ງນີ້ ແມ່ນເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ເປັນການຍາດແຍ່ງເອົາຄຳຄິດຄຳເຫັນຂອງເປົ້າໝາຍຕ່າງໆ ໃນສັງຄົມ ເພື່ອນຳໄປຄົ້ນຄວ້າປັບປຸງກົດໝາຍ ເຮັດໃຫ້ກາຍເປັນກົດໝາຍຂອງປະຊາຊົນ, ມາຈາກປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ໂດຍກົດໝາຍ 4 ສະບັບທີ່ນໍາມາປະເມີນໃນຄັ້ງນີ້ ມີຄວາມສໍາຄັນ ແລະ ມີຄວາມໝາຍຫຼາຍ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຍ້ອນວ່າ 4 ກົດໝາຍນີ້ ແມ່ນຕິດພັນເຊິ່ງກັນ ແລະ ກັນ ເປັນຕົ້ນ ກ່ອນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງຈະເຄື່ອນໄຫວໄດ້ ກໍຕ້ອງມີການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຶ່ງແມ່ນປະຊາຊົນບັນດາເຜົ່າ ໄດ້ມອບສິດ ແລະ ອຳນາດໃຫ້ແກ່ຕົວແທນຂອງຕົນມາປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕາມລັດຖະທຳມະນູນ ແລະ ກົດໝາຍກຳນົດ.
ພ້ອມດຽວກັນນີ້ ບັນດາທ່ານການນໍາ ຂອງສະພາປະຊາຊົນແຂວງ ເຊກອງ ກໍໄດ້ຜ່ານຮ່າງບົດປະເມີນການຈັດຕັ້ງປະຕິບັດ 4 ກົດໝາຍ ດັ່ງກ່າວ, ນອກຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດຄໍາເຫັນ ຕໍ່ແຕ່ລະເນື້ອໃນຂອງແຕ່ລະກົດໝາຍ ເພືື່ອເປັນຂໍ້ມູນສໍາຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ, ວິເຄາະ ວິໄຈ ເພື່ອປັບປຸງກົດໝາຍແຕ່ລະສະບັບ ໃຫ້ມີເນື້ອໃນຊັດເຈນ, ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ດ້ວຍຄຸນນະພາບສູງຂຶ້ນ.