loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ແຂວງສາລະວັນ-ແຂວງກຽນຢາງ ຕີລາຄາການຮ່ວມມືວຽກງານຮອບດ້ານ ແຕ່ປີ 2016-2024

ກ.ຍ. 19, 2024 | ເຂດ 14 ສາ​ລະ​ວັນ

ກອງປະຊຸມພົບປະຂອງຄະນະຜູ້ແທນຂັ້ນສູງ ແຂວງສາລະວັນ ສປປ ລາວ ກັບ ຄະນະຜູ້ແທນຂັ້ນສູງ ແຂວງກຽນຢາງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 16 ກັນຍານີ້ ຢູ່ຫ້ອງປະຊຸມ VIP ສະໂມສອນແຂວງ, ຝ່າຍແຂວງສາລະວັນ ເຂົ້າຮ່ວມໂດຍ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງສາລະວັນ, ຝ່າຍແຂວງກຽນຢາງ ເຂົ້າຮ່ວມໂດຍ ສະຫາຍ ມາຍ ວັນ ຮວິ່ງ ຮອງເລຂາຜູ້ປະຈໍາການ ຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງກຽນຢາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງແຂວງ ແລະນັກທຸລະກິດຈາກແຂວງກຽນຢາງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ສີເຮັງ ຫອມສົມບັດ ແລະ ທ່ານ ມາຍ ວັນ ຮວິ່ງ ກໍ່ໄດ້ຜັດປ່ຽນກັນລາຍງານສະພາບລວມຂອງແຂວງ ໃນການພັດທະນາເສດຖະກິດ-ສັງຄົມ, ສະເໜີດ້ານທ່າແຮງບົ່ມຊ້ອນຕ່າງໆ ຂອງແຕ່ລະແຂວງ ເພື່ອສ້າງເງື່ອນໄຂໃນການແລກປ່ຽນ, ການຮ່ວມມືໃນທຸກໆດ້ານ ເພື່ອໃຫ້ໄດ້ຮັບການເປີດກວ້າງຫຼາຍຂຶ້ນກວ່າເກົ່າ ແລະ ລົງເລີກໃນຫຼາຍຂົງເຂດວຽກງານ ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືແບບພິເສດ ລະຫວ່າງສອງແຂວງ ເຊີ່ງຈະເປັນເງື່ອນໄຂສ້າງກາລະໂອກາດ, ສ້າງສິ່ງເອື້ອອຳນວຍໃນດ້ານຕ່າງໆ ເພື່ອພັດທະນາດ້ານເສດຖະກິດ-ສັງຄົມຂອງສອງແຂວງ ໃຫ້ນັບມື້ນັບດີຂຶ້ນໃນອະນາຄົດ. ກອງປະຊຸມຄັ້ງນີ້ກໍໄດ້ຕີລາຄາເຖີງການຮ່ວມມືໃນໄລຍະແຕ່ປີ 2016 ຈົນເຖີງປັດຈຸບັນ, ນັບແຕ່ສອງແຂວງ ໄດ້ເຊັນບົດບັນທຶກການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ: ດ້ານຂົງເຂດກະສິກຳ ໄດ້ໃຫ້ການຮ່ວມມືດ້ານເຕັກນິກການຜະລິດແນວພັນ ແລະ ການປູກຝັງຢູ່ແຂວງສາລະວັນ, ໄດ້ສະໜັບສະໜູນແນວພັນເຂົ້າ ແລະ ຖ່າຍທອດບົດຮຽນດ້ານເຕັກນິກການປູກເຂົ້າ, ຊ່ວຍງົບປະມານການຈັດຕັ້ງປະຕິບັດໂຄງການທັງໝົດ: 1 ຕື້ກວ່າດົ່ງ, ໃນນັ້ນທົດລອງປຽບທຽບແນວພັນເຂົ້າຂອງແຂວງສາລະວັນ, ການສ້າງຕົວແບບນຳສະເໜີເຕັກນິກການປູກຝັງໃນລະດູແລ້ງ ແລະ ລະດູຝົນ ຢູ່ເມືອງສາລະວັນ, ຄົງເຊໂດນ, ເມືອງລະຄອນເພັງ ແລະ ຈັດຕັ້ງປະຕິບັດຢູ່ເມືອງວາປີ ໃນລະດູຝົນ ເຊີ່ງຜົນການຜະລິດເກືອບ 5 ໂຕນຕໍ່ເຮັກຕາ, ຖ່າຍທອດບົດຮຽນເຕັກນິກການປູກເຂົ້າ ນັບແຕ່ຫວ່ານກ້າ, ການດູແລກ້າ, ການປູກເຂົ້າແບບປະສົມ ແລະອື່ນໆ. ນອກຈາກນັ້ນ, ການຮ່ວມມືດ້ານການພົວພັນຕ່າງປະເທດ ກໍໄດ້ເພີ່ມທະວີຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ແລະ ເຮັດໃຫ້ເກີດມີການຮ່ວມມືຫຼາຍດ້ານຂອງສອງແຂວງ ຄື: ສາລະວັນ ແລະ ກຽນຢາງ.
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ນັບແຕ່ປີ 2024-2026, ຄະນະນໍາຂັ້ນສູງຂອງສອງແຂວງ ກໍມີເຈດຈຳນົງໃນການຮ່ວມມືຫຼາຍຂົງເຂດວຽກງານ ເປັນຕົ້ນ: ສືບຕໍ່ເພີ່ມທະວີໃຫ້ມີການຮ່ວມມືດ້ານການສົ່ງເສີມການຄ້າ-ການລົງທຶນ, ການທ່ອງທ່ຽວ, ແລກປ່ຽນດ້ານວັດທະນະທໍາ ແລະອື່ນໆຕື່ມອີກ ໂດຍສະເພາະການສົ່ງອອກສິນຄ້າຂອງແຂວງສາລະວັນ ແລະ ແຂວງກຽນຢາງ, ຮັດແໜ້ນການຮ່ວມມື ແລະ ເຊື່ອມໂຍງເຂົ້າກັບການພັດທະນາການທ່ອງທ່ຽວ, ແລກປ່ຽນຂໍ້ມູນຂ່າວສານການທ່ອງທ່ຽວ ລະຫວ່າງລັດກັບລັດ, ທ້ອງຖິ່ນ ກັບທ້ອງຖິ່ນ ແລະ ພາກສ່ວນທຸລະກິດ, ເຂົ້າຮ່ວມງານຕະຫຼາດນັດ, ງານວາງສະແດງ, ກິດຈະກໍາວັດທະນະທໍາ, ເທດສະການທາງດ້ານວັດທະນະທໍາ ຂອງທັງສອງແຂວງຈັດຂຶ້ນໃຫ້ເປັນຮູບປະທໍາ.
ພາບ-ຂ່າວ: ສະພາປະຊາຊົນແຂວງສາລະວັນ