ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ມິຖຸນາ 2025; ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ; ເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ມີທ່ານຄະນະປະຈໍາພັກແຂວງ, ບັນດາທ່ານຄະນະປະຈໍາພາຍໃນສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ ເຂົ້າຮ່ວມ;
ໃນທີ່ປະຊຸມ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ລາຍງານຄວາມຄືບໜ້າ ການກະກຽມປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງແຂວງ, ຜ່ານໜັງສືສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາພະແນກການ-ອົງການທຽບເທົ່າ; ຈາກນັ້ນ, ກອງປະຊຸມໄດ້ຜ່ານຮ່າງມະຕິ ວ່າດ້ວຍການພິຈາລະນາ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງສາລະວັນ ມີດັ່ງນີ້:
- ໂຮມພະແນກແຜນການ ແລະ ການລົງທຶນແຂວງ ເຂົ້າກັບ ພະແນກການເງິນແຂວງ ເປັນພະແນກການເງິນແຂວງ.
- ໂຮມພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຂົ້າກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນພະແນກອຸດສາຫະກຳ ແລະ ການຄ້າແຂວງ.
- ໂຮມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ເປັນພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ.
- ໂຮມພະແນກພາຍໃນແຂວງ ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ສອດຄ່ອງກັບພາລະບົດບາດ ໄປເຂົ້າກັບຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກອື່ນທີ່ກ່ຽວຂ້ອງຕາມຂະແໜງສາຍຕັ້ງທີ່ມີການປັບປຸງຢູ່ກະຊວງ-ອົງ ການ.
- ໂອນວຽກຖະແຫຼງຂ່າວ ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄປຂຶ້ນກັບ ຄະນະໂຄສະນາອົບຮົມແຂວງ.
– ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ.
ມອບໃຫ້ອົງການປົກຄອງແຂວງ ສົມທົບກັບຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ນໍາພາການປັບປຸງກົງຈັກການຈັດຕັ້ງ ຂອງອົງການປົກຄອງແຂວງ ໃຫ້ສໍາເລັດພາຍໃນເດືອນ ກໍລະກົດ 2025.
ຫຼັງຈາກນັ້ນ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງເປັນເຈົ້າການ ຕໍ່ວຽກງານການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ແລະ ພ້ອມທັງລົງຄະແນນສຽງ ເປັນເອກະພາບ 100% ຮັບຮອງເອົາມະຕິ ວ່າດ້ວຍການພິຈາລະນາ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງສາລະວັນ;
ວາລະຕໍ່ມາ ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານ ປະຈໍາເດືອນ ມິຖຸນາ 2025 ແລະ ວາງທິດທາງແຜນການປະຈໍາເດືອນ ກໍລະກົດ 2025, ພ້ອມທັງຄົົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ເຂົ້າໃສ່ຮ່າງບົດສະຫຼຸບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງເອກະພາບຮັບຮອງເອົາທິດທາງວຽກງານ ປະຈໍາເດືອນ ກໍລະກົດ 2025;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ