
ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ 2 ໃນຄັ້ງວັນທີ 28 ກໍລະກົດ 2025 ຢູ່ທີ່ຫໍວັດທະນະທໍາໄກສອນ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານກ່ຽວກັບກ່ຽວກັບການຈັດຕັ້ງປະຕິບັດວຽກປະເມີນເຂດຫ່າງໄກສອກຫຼີກ-ທຸລະກັນດານ ປີ 2024 ແລະ ແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງເມືອງ ກັບ ເມືອງໂດຍໃຫ້ຮູ້ວ່າ: ມາຮອດປີ 2024 ທາງຄະນະກຳມະການປະເມີນເຂດຫ່າງໄກສອກຫຼີກຂັ້ນເມືອງໄດ້ມີການປະເມີນຄືນໃໝ່ ຕາມແບບພິມການປະເມີນເຂດຫ່າງໄກສອກຫຼີກ-ທຸລະກັນດານ ປະກອບມີ 4 ຕົວຊີ້ວັດ 14 ເງື່ອນໄຂ ຍັງເຫຼືອ 167 ບ້ານໃນ 8 ເມືອງ ທຽບໃສ່ປີ 2022 ຫຼຸດລົງ 26 ບ້ານ ແລະ ສະເໜີບ້ານເຂົ້າໃໝ່ ໃນປີ 2024 ຈໍານວນ 4 ບ້ານ ຄື: ບ້ານຄຸນສີ ເມືອງນອງ; ບ້ານຕັ້ງອາໄລ ເມືອງພີນ; ບ້ານ ປະຕ້ອງໂບມ ແລະ ບ້ານ ໂນນສະອາດ ເມືອງທ່າປາງທອງ ລວມທັງໝົດ 171 ບ້ານ.ໃນນີ້ເມືອງ ທ່າປາງທອງ ມີ 6 ບ້ານ, ເມືອງ ອາດສະພອນ ມີ 2 ບ້ານ, ເມືອງ ພະລານໄຊ ມີ 4 ບ້ານ, ເມືອງ ຊົນນະບູລີ ມີ 11 ບ້ານ, ເມືອງ ວິລະບູລີ ມີ 11 ບ້ານ, ເມືອງ ພີນມີ 43 ບ້ານ, ເມືອງ ນອງ ມີ 51 ບ້ານ ແລະ ເມືອງ ເຊໂປນ ມີ 43 ບ້ານ , ສໍາລັບວຽກງານແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງເມືອງ ກັບ ເມືອງ ຕາມມະຕິສະພາຮັບຮອງເທື່ອທີ 8 ມີ 4 ເມືອງຄື: ເຂດແດນເຊື່ອມຕໍ່ລະຫວ່າງເມືອງສອງຄອນ ກັບ ເມືອງ ໄຊພູທອງ ເປັນເອກະພາບກັນຕາມແລວເສັ້ນການປົກຄອງແຜນທີ່ພູມ ສັນຖານ 1984 ເຊິ່ງປະກອບມີ 78 ຈຸດ, ມີໄລຍະຍາວຂອງ ແລວເສັ້ນ 31,54 km ປະກອບມີ 16 ບ້ານ ທີ່ລຽບເສັ້ນເຂດການປົກຄອງທັງສອງເມືອງຄື: ບ້ານດົງດອກໄມ້ ຕິດກັບ ບ້ານ ນາຟອງທາ, ບ້ານ ນາຫວ້າ, ບ້ານ ນາຫອຍປັງ;ບ້ານ ສີສະຫວ່າງໃຕ້ ຕິດກັບ ບ້ານ ນາຫອຍປັງ;ບ້ານ ນາໂມງ ຕິດກັບ ບ້ານ ນາຫອຍປັງ, ບ້ານ ນາດູ່;ບ້ານ ນາບໍ່ ຕິດກັບ ບ້ານ ນາຈານ, ບ້ານ ໂນນສົມບູນ, ບ້ານ ໂນນຊົມພູ, ບ້ານ ໜອງນົກຂຽນ;ບ້ານ ຫ້ວຍມ່ວງ ຕິດກັບ ບ້ານ ໜອງນົກຂຽນ, ບ້ານ ອຸ່ມໜາມຄອງ;ບ້ານ ໜອງກຸງ, ບ້ານ ຄໍາແສນໄຊ ຕິດກັບ ບ້ານ ອຸ່ມໜາມຄອງ. ເຂດແດນເຊື່ອມຕໍ່ລະຫວ່າງເມືອງໄຊພູທອງ ກັບ ເມືອງຈຳພອນ ເປັນເອກະພາບກັນຕາແລວເສັ້ນການປົກຄອງແຜນທີ່ພູມ ສັນຖານ 1984 ປະກອບມີ 40 ຈຸດ ມີໄລຍະຍາວ ຂອງແລວເສັ້ນ 22,8 km ປະກອບມີ13 ບ້ານ ທີ່ລຽບເສັ້ນເຂດການປົກຄອງທັງສອງເມືອງຄື: ບ້ານ ຂົວດໍາ (ຄຸ້ມຄຳສະຫວ່າງ) ຕິດກັບ ບ້ານ ຫຼັກ 35, ບ້ານ ດົງໂພສີ ຕິດກັບ ບ້ານ ຫຼັກ 35, ບ້ານ ນາເຕີຍ; ບ້ານ ຫອມມາລາ ຕິດກັບ ບ້ານ ນາເຕີຍ, ບ້ານ ດົງພູຄໍາ;ບ້ານ ສີສະຫວ່າງເໜືອ ຕິດກັບ ບ້ານ ດົງພູຄ້າ, ບ້ານ ນາສານ;ບ້ານ ໂພສີແກ້ວ (ຄຸ້ມສາຍລົມເຢັນ) ຕິດກັບ ບ້ານ ດົງກວາງໂຕນ,ບ້ານ ຄໍາແສນໄຊ ຕິດກັບ ບ້ານເຫຼົ່າໝາກຄ່າ. ເຂດແດນເຊື່ອມຕໍ່ລະຫວ່າງເມືອງຈໍາພອນ ກັບ ເມືອງຊົນນະບູລີ ເປັນເອກະພາບກັນຕາມແລວເສັ້ນການປົກຄອງແຜນທີ່ພູມ ສັນຖານ 1984 ປະກອບມີ 50 ຈຸດ ມີໄລຍະຍາວຂອງແລວເສັ້ນ 36,29 km ປະກອບມີ 12 ບ້ານ ລຽບເສັ້ນເຂດການປົກຄອງທັງສອງເມືອງຄື:ບ້ານ ຕາແຫຼວນ້ອຍ (ຄຸ້ມຕານໂກນ) ຕິດກັບ ບ້ານ ຄໍາປະແໜ;ບ້ານ ກະຫຼາງເໜືອ (ຄຸ້ມຖໍ້າພະ) ຕິດກັບ ບ້ານ ໂນນສະຫວ່າງ, ບ້ານ ບຶງຊ້າງ, ບ້ານ ຄໍາປະແໜ, ບ້ານ ນາບົງ;ບ້ານ ຄໍາຕ້ອງລ໋ອງ ຕິດກັບ ບ້ານ ນາບົງ, ບ້ານ ໜອງເບັນ; ບ້ານ ຫ້ວຍໝາກເຍົາ (ຄຸ້ມຄໍາປາຜ່າ) ຕິດກັບ ບ້ານ ນາຫວ່າສົມໄຊ, ບ້ານ ໜອງເບັນ, ບ້ານ ໄຊວົງທິລາດ