ດັ້ນກີບເມກ
ສຸພາສິດລາວທີ່ເປັນຄຳເວົ້າປິດສະໜາເຕືອນໃຈໃຫ້ຄົ້ນຄິດນັ້ນ ມັນໄດ້ກວມເອົາຫຼາຍແງ່ມູມຂອງສັງຄົມ ສາມາດເລືອກຮັບເອົາມາປັບປະຍຸກໃຊ້ເປັນບົດຮຽນໃນຊີວິດ ແລະ ໜ້າວຽກໂຕຈິງ. ບໍ່ດັ່ງນັ້ນ, ອາດຈະສາມາດເຮັດໃຫ້ຜູ້ຄົນທີ່ຢາກກິນແຕ່ໝາກມ່ວງພາດທ່າເພພັງເພາະການໃຊ້ຄ້ອນ ກໍຜິດເລີຍບໍ່ໄດ້ໝາກມ່ວງ; ການນຳໃຊ້ຄົນຜິດພາດບໍ່ໄດ້ບັນລຸເປົ້າໝາຍ; ສຸພາສິດບູຮານລາວ ເຖິງແມ່ນເວົ້າສັ້ນ ແຕ່ກິນຄວາມໝາຍທັງເລິກ ແລະ ກວ້າງ.
ແກວ່ງຄ້ອນກາຍໝາກມ່ວງ ໄດ້ເຊື່ອງຊ້ອນແງ່ຄິດໄວ້ຫຼາຍມູມມອງເຊັ່ນ: ບາດກ້າວການເລືອກໃຊ້ຄ້ອນ ແລະ ເປົ້າໝາຍຄື ໝາກມ່ວງ ຂະນະດຽວກັນ ກໍຕ້ອງໄດ້ຊັ່ງຊາກຳລັງແຮງຂອງເຮົາປະສານໃສ່ກັບຄ້ອນ ຖ້າວ່າຜູ້ກ່ຽວໄດ້ໄມ້ຄ້ອນຜຸ ຫຼື ຄ້ອນທີ່ມັນໂດກ ແກວ່ງໄປຄ້ອນຫັກກະມີ ຫຼື ແກວ່ງໄປນໍ້າໜັກບໍ່ເຖິງ ກໍພາໃຫ້ບໍ່ຮອດຈຸດໝາຍ.
ຄືໝາກມ່ວງທີ່ຢາກໄດ້ ເຊິ່ງສາມາດທຽບໄດ້ກັບການນຳໃຊ້ຄົນເຂົ້າໃສ່ວຽກງານ ຖ້າວ່າຜູ້ມີອຳນາດຕັດສິນໃຈນຳໃຊ້ຜິດຄົນ ກໍອາດພາໃຫ້ໜ້າທີ່ວຽກງານບໍ່ສຳເລັດ ເພາະສີມືບໍ່ເຖິງໜ້າວຽກ; ພວກເຮົາອາດເຄີຍເຫັນບາງຄົນແຕ່ງໂຕດີ ຖານະດີ; ວຸດທິການສຶກສາສູງ ແຕ່ບາດໃຊ້ວຽກຕົວຈິງພັດບໍ່ຮູ້ຊິເຮັດ ເພາະຄວາມຮູ້ແທ້ບໍ່ແໜ້ນ, ບາງກໍລະນີຂາດທັງປະສົບການ.
ການນຳໃຊ້ຄົນຜິດພາດບໍ່ພຽງແຕ່ບໍ່ໄດ້ວຽກ, ບາງກໍລະນີພາໃຫ້ວຽກຊັກຊ້າ; ກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງ ໜ່ວຍງານ ບາງບ່ອນພະນັກງານນ້ອຍກໍໄດ້ແຕ່ຈົ່ມໃນໃຈວ່າ ໃຊ້ຄົນສີມືບໍ່ເຖິງວຽກ ເສຍງົບປະມານຊື່ໆ. ສຸພາສິດບູຮານ ຈຶ່ງເວົ້າເຕືອນເນັ້ນໄວ້ວ່າ: ຖ້າວ່າເຮົາຢາກໄດ້ໝາກມ່ວງ ກໍຕ້ອງຮູ້ລະດັບສູງຕໍ່າ ຮູ້ໄມ້ຄ້ອນວ່າມັນພໍດີຈະແກວ່ງເຖິງຫຼືບໍ່? ບາງກໍລະນີກະຕວງຜິດພາດຢ່າງມະຫັນ ເວລາແກວ່ງຄ້ອນໄປຈຶ່ງກາຍໝາກມ່ວງທີ່ຢາກໄດ້.
ຜູ້ຂຽນເຫັນວ່າ: ການນຳໃຊ້ຄົນໃຫ້ເຂົ້າກັບໜ້າວຽກ ເປັນບັນຫາຕັດສິນຄວາມກ້າວໜ້າຂອງໜ່ວຍງານ ບໍ່ແມ່ນເລືອກຄົນຖືກໃຈ ຕ້ອງເລືອກຄົນໃຫ້ຖືກວຽກ ບໍ່ດັ່ງນັ້ນ ຄືຊິບໍ່ຕ່າງກັບ ຖາກໄມ້ບໍ່ມີຫຼ່ຽມເຄົ້າ ແສນຊິກ້ຽງກໍບໍ່ງາມ…
ສະເໜີແລກປ່ຽນ