ດັ້ນກີບເມກ
ເດືອນ 4 ລາວ ບຸນພະເຫວດ ທີ່ຊາວພຸດລາວກຳລັງນິຍົມເຮັດໃນໄລຍະເດືອນ 4 ນີ້ ເປັນປາງບຸນສຳຄັນ ທາງພຸດທະສາສະໜາ ຈັດຢູ່ໃນປາງບຸນ 12 ເດືອນ; ຜູ້ຂຽນຕັ້ງຄຳຖາມຫົວຂໍ້ຂ້າງເທິງນັ້ນ ເພື່ອວ່າທ່ານຜູ້ອ່ານ ໄດ້ຄິດນຳກັນວ່າ: ເວລາເຮົາເຮັດບຸນ ເຮົາຈະໄດ້ສາລະແກ່ນສານ ຫຼື ເຮັດເພື່ອໃຫ້ແລ້ວຮີດຄອງ ຫຼື ວ່າເຮັດເອົາຄວາມມ່ວນຊື່ນບັນເທີງມີເຫຼົ້າຢາປາແປ້ງ ເຊິ່ງອາດມີຄຳຕອບຫຼາຍແບບ ບາງຄົນກໍບອກວ່າເຮັດໄປຕາມຮີດພໍ່ແມ່ພາເຮັດ.
ຜູ້ຂຽນຕັ້ງຂໍ້ສັງເກດວ່າ: ຍຸກພໍ່ແມ່ເຮົາພາເຮັດນັ້ນ ເພີ່ນບໍ່ໄດ້ມຸ່ງຄວາມມ່ວນເປັນສິ່ງສຳຄັນ ແຕ່ເພີ່ນມຸ່ງໃຫ້ເຂົ້າໃຈສິນທຳ ແລະ ເວລາຟັງພະເທດ ເພີ່ນມຸ່ງຈື່ຈຳເອົາບົດຮຽນຊີວິດ-ຈື່ຈຳເອົາແນວຄິດສະຕິປັນຍາທີ່ແຝງໄວ້ໃນກັນເທດແຕ່ລະກັນ ແລະ ຈື່ຈຳເອົາທັງແນວດີ-ບໍ່ດີ ເພື່ອບອກສອນລູກຫຼານໃຫ້ປະພຶດເປັນຕົວຢ່າງ.
ຜູ້ຂຽນຈະບໍ່ເວົ້າລະອຽດໃນແງ່ພິທີກຳ ແຕ່ຂໍຍົກບາງປະເດັນທີ່ສຳຄັນຂອງແກ່ນເລື່ອງ ເຊິ່ງຢູ່ທີ່ປະເດັນການໃຫ້ທານ ຂອງພະເຫວດສັນດອນ ເພື່ອສ້າງສັງຄົມໃຫ້ເກີດຄວາມສາມັກຄີ-ເມດຕາຕໍ່ກັນ; ຖ້າຈະຕີຄວາມວ່າ: ພະເຫວດເປັນໃຜ, ມີຖານະແບບໃດ ກໍສາມາດຕອບໄດ້ວ່າ ພະເຫວດເປັນນັກປົກຄອງທີ່ສະຫຼາດເຫັນແກ່ສ່ວນລວມ ແລະ ພະເຫວດຍັງເປັນຄົນລວຍ ເປັນເສດຖີທີ່ມີຈິດໃຈເສຍສະຫຼະຊັບສ່ວນຕົວເພື່ອຊາດ ແລະ ສັງຄົມ ເຊິ່ງເປັນຕົວຢ່າງໃນການສ້າງສັງຄົມໃຫ້ມີຄວາມສຸກ; ການໃຫ້ທານຂອງພະເຫວດ ເພື່ອໃຫ້ແຕ່ລະຄົນໃນສັງຄົມໄດ້ເກີດຄວາມສຸກ ແລະ ວິທີການດຳເນີນຊີວິດ ແກ້ໄຂບັນຫາຊີວິດແມ່ນໃຊ້ປັນຍາເປັນໂຕນຳທາງ.
ນາງ ມັດທີ ເປັນເມຍຕົວຢ່າງທີ່ຮ່ວມສຸກຮ່ວມທຸກ; ກັນຫາ ຊາລີ ກໍເປັນລູກແບບຢ່າງກະຕັນຍູຟັງຄວາມພໍ່ແມ່, ພາມເຖົ້າກໍເປັນແບບຢ່າງຂອງຄົນມັກໄດ້ໂລພາກິນຈົນທ້ອງແຕກ… ຄຸນນະທຳໃນແຕ່ລະໂຕລະຄອນ ມັນສາມາດສອນຊີວິດຈິງຄົນໄດ້; ການເຮັດບຸນບໍ່ຄວນພຽງເພື່ອສືບທອດ-ຮັກສາຮີດຄອງ ແຕ່ຄວນຈະເຂົ້າໃຈແກ່ນ; ບອກສອນສິນທຳສະຕິປັນຍາໃຫ້ທຸກຄົນໄດ້ຮູ້ ບໍ່ແມ່ນວ່າແລ້ວບຸນລະເມົາຈົນລຸກບໍ່ຂຶ້ນ ເພາະພະເທດຢູ່ວັດ ສ່ວນໂຍມເມົາຢູ່ເຮືອນ!