ດັ້ນກີບເມກ
ຜູ້ຂຽນຄິດເຖິງພຸດທະສຸພາສິດບົດໜຶ່ງທີ່ສອນເນັ້ນປະພຶດໂຕໃຫ້ເປັນແບບຢ່າງ ເພື່ອສ້າງຄວາມເຄົາລົບເຊື່ອຖື ແກ່ຜູ້ຕາມ ຫຼື ຜູ້ຢູ່ອ້ອມຂ້າງ ຖ້າປຽບໃສ່ຄູອາຈານເວລາສອນນັກຮຽນ ໃຫ້ປະພຶດດີ ແນ່ນອນຄູຕ້ອງປະພຶດດີເປັນແບບຢ່າງ ເພື່ອໃຫ້ລູກສິດປະພຶດເອົາແບບຢ່າງ ແຕ່ຖ້າເວົ້າແບບໜຶ່ງ ການກະທຳອີກແບບໜຶ່ງ ຄົງບໍ່ຕ່າງກັບ ພວກມືຖືສາກ ສ່ວນປາກຖືສິນ ຫຼື ສຳນວນລາວກໍມີເວົ້າປຽບເປີຍໄວ້ວ່າ ໜ້າໄຫວ້ຫຼັງຫຼອກ…
ການປະພຶດຕາມສິນທຳ ຖືເປັນການເຮັດໜ້າທີ່ຈິງຈັງ ດ້ວຍຄວາມຮັບຜິດຊອບ ດັ່ງພຸດທະພາສິດທີ່ກ່າວສອນ ເປັນພາສາບາລີວ່າ: ຍະຖາວາທີ ຕະຖາກາຣີ ທີ່ແປວ່າ: ເວົ້າແນວໃດກະເຮັດແນວນັ້ນ ແລະ ຍະຖາກາຣີ ຕະຖາວາທີ ຄື ເຮັດແນວໃດກະເວົ້າແນວນັ້ນ ຖ້າຈະເວົ້າໃຫ້ສັ້ນ ແລະ ກົງແທ້ ກໍຕ້ອງເວົ້າວ່າ ເຮັດໄດ້ສິບກໍບອກໄດ້ສິບ ເພື່ອເປັນການຢືນຢັນ ພຶດຕິກຳຕົວຈິງທີ່ໜ້າເຊື່ອຖື ຫຼາຍກວ່າເວົ້າຕົວະຕົ້ມຫຼອກລວງ ທີ່ຈະນຳມາເຊິ່ງຄວາມລະອາຍແກ່ຜູ້ທີ່ເວົ້າ, ສົມມຸດວ່າ ຄູຢາກໃຫ້ລູກສິດດີ ຕ້ອງປະພຶດເປັນແບບຢ່າງ ບໍ່ແມ່ນວ່າຈະສອນເຂົາໃຫ້ເຮັດຕາມທີ່ຕົນເວົ້າ ແຕ່ຢ່າເຮັດຕາມສິ່ງທີ່ໂຕປະພຶດທາງບໍ່ດີ. ຢ່າລືມວ່າ: ໜຶ່ງຕົວຢ່າງ ດີກວ່າລ້ານຄຳສອນທີ່ເຮັດບໍ່ໄດ້.
ການເຮັດຕາມຄຳເວົ້າ ບົ່ງບອກເຖິງຄົນໜັກແໜ້ນຈິງໃຈຮັກສາຄຳເວົ້າ, ຮັກສາສັດຈະ ເປັນການປະພຶດສິນທຳ ເປັນແບບຢ່າງທີ່ດີ ຖ້າປຽບໃສ່ຫົວໜ້າ ບັນດາລູກນ້ອງກໍຈະຍິນດີ ເຊື່ອຖືປະຕິບັດຕາມດ້ວຍຄວາມເຕັມໃຈ, ຢ່າລືມວ່າ ຄຳເວົ້າທີ່ເຮົາເວົ້າອອກໄປ ປຽບຄືອາວຸດທີ່ປ້ອງກັນຕົນເອງຈາກສັດຕູ ດັ່ງນັ້ນ, ຖ້າຊັ່ງຊາຜົນໄດ້ຜົນເສຍທີ່ເກີດຈາກ ການເວົ້າຕາມທີ່ເຮັດໄດ້ ກໍຈະມີຜົນເສຍຫາຍໜ້ອຍກວ່າການເວົ້າລວງ ເຮັດບໍ່ໄດ້ຕາມທີ່ເວົ້າ ເປັນຫຍັງພະພຸດທະເຈົ້າຈຶ່ງສອນເລື່ອງສິນ 5 ໃຫ້ຊາວບ້ານປະຕິບັດ…?
ສິນຂໍ້ທີ 4 ຄື: ມຸສາ ຫ້າມເວົ້າຕົວະ ມັນເປັນໂທດໜັກກວ່າ ການດື່ມສຸລາເມໄລ ເພາະຄົນຜູ້ໜຶ່ງ, ຖ້າຂາດສັດຈະ, ຂາດຄວາມຈິງໃຈ ຕໍ່ຄອບຄົວ, ພີ່ນ້ອງ-ຊາດບ້ານເມືອງແລ້ວ ເຂົາຜູ້ນັ້ນ ກໍຈະຕົວະໄດ້ທຸກຮູບແບບ ເຊິ່ງເທົ່າກັບວ່າ ກາຍເປັນຄົນຂາດຄວາມເຊື່ອຖື ເຮັດບໍ່ໄດ້ຕາມທີ່ເວົ້າ! ຕົວະໂຕເອງ…