(ສພຊ) – ກອງປະຊຸມເພື່ອເປັນເອກະພາບຂັ້ນສຸດທ້າຍດ້ານເນື້ອໃນ ແລະ ເຕັກນິກທັງໝົດ ຂອງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ໄດ້ຈັດຂຶ້ນໃນວັນທີ 7-9 ສິງຫານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ, ເຂົ້າຮ່ວມມີທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານຮອງປະທານກຳມາທິການການຕ່າງປະເທດ, ທ່ານຮອງເລຂາທິການສະພາແຫ່ງຊາດ (ສພຊ), ທ່ານຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ພ້ອມດ້ວຍຄະນະກົມຈາກ ສພຊ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ບັນດາພະນັກງານອາວຸໂສບຳນານ ແລະ ພະນັກງານທີ່ກ່ຽວຂ້ອງ.

ທ່ານ ສັນຍາ ປຣະເສີດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນສືບຕໍ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ເປັນເອກະພາບກັນດ້ານເນື້ອໃນ ແລະ ເຕັກນິກທັງໝົດ ຂອງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ເພື່ອຈະນໍາໄປປຶກສາຫາລື ແລະ ຕົກລົງຂັ້ນສຸດທ້າຍກັບຝ່າຍຫວຽດນາມ ກ່ອນຈະເຂົ້າເຫຼັ້ມຈັດພິມອອກມາ ຄາດຄະເນໃນກາງເດືອນສິງຫານີ້.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບລວມໃນການສ້າງປຶ້ມໃນໄລຍະຜ່ານມາ; ຈາກນັ້ນ, ກໍລົງເລິກເຮັດວຽກຮ່ວມກັນ ໂດຍກອງເລຂາຊ່ວຍວຽກໄດ້ອ່ານເນື້ອໃນຂອງປຶ້ມໄປເທື່ອລະໜ້າ ເພື່ອຕິດຕາມ, ປະກອບຄໍາເຫັນໃສ່ຈຸດທີ່ເຫັນວ່າຍັງບໍ່ຊັດເຈນ ແລະ ແປງໄປພ້ອມກັນ ພ້ອມທັງກວດກາເບິ່ງປະໂຫຍກ, ຄຳສັບລະອຽດ ໂດຍສະເພາະບັນຫາທີ່ເຫັນວ່າຍັງລໍ່ແຫຼມ ແລະ ເພື່ອຮັບປະກັນຄວາມເປັນເອກະພາບທາງດ້ານເນື້ອໃນຂອງປຶ້ມ ໃຫ້ມີຄວາມອຸດົມສົມບູນຍິ່ງໆຂຶ້ນ.
ປຶ້ມ 50 ປີ ປະຫວັດສາດເຫຼັ້ມນີ້ ຈະເປັນມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໄປ ໄດ້ສຶກສາຄົ້ນຄວ້າ, ຊອກຮູ້ຮໍ່າຮຽນ ແລະ ຮັບຮູ້ມູນເຊື້ອປະຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ ແລະ ຫວຽດນາມ ພ້ອມທັງສືບທອດປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍມູນເຊື້ອທີ່ເປັນຊັບສົມບັດອັນລ້ຳຄ່າຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອເອກະລາດ, ເສລີພາບ, ສັນຕິພາບ ແລະ ຄວາມວັດທະນະຖາວອນຂອງສອງປະເທດ.
(ສອນສັກ ວັນວິໄຊ)