(ສພຊ) – ວັນທີ 24 ມີນານີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມ ເຊິ່ງ ຄປຈສພຊ ເຫັນດີຮັບຮອງເອົາດ້ານຫຼັກການແບບມີເງື່ອນໄຂ ໂດຍໃຫ້ລັດຖະບານເຈລະຈາ ແລະ ເຊັນສັນຍາສໍາປະທານໂຄງການ, ພາຍຫຼັງເຊັນສັນຍາແລ້ວ ຕ້ອງຮ່າງເອກະສານຊ້ອນທ້າຍ 29 ສະບັບ ໃຫ້ສໍາເລັດພາຍໃນ 6 ເດືອນ; ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ກໍຄືການເກັບລາຍຮັບໃຫ້ລັດຖະບານ, ຈຶ່ງສະເໜີບາງຄໍາເຫັນໃຫ້ລັດຖະບານເອົາໃຈໃສ່ດັ່ງນີ້:
1. ຊີ້ນໍາຄະນະເຈລະຈາ ຫຼື ຄະນະຮັບຜິດຊອບໂຄງການ ກວດກາຄືນຮ່າງສັນຍາສໍາປະທານໃຫ້ລະອຽດ, ຮັດກຸມ, ບໍ່ໃຫ້ລັດພວກເຮົາເສຍປຽບ ແລະ ໃຫ້ຖືເອົາພາສາລາວເປັນຫຼັກ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າເອກະສານຊ້ອນທ້າຍ 29 ສະບັບ ໃຫ້ມີຄວາມຊັດເຈນ, ຮັດກຸມ ແລະ ມີທີ່ປຶກສາທາງດ້ານກົດໝາຍເບື້ອງລັດຖະບານ ໃນການຕີຄວາມໝາຍເນື້ອໃນຮ່າງສັນຍາ ແລະ ເນື້ອໃນເອກະສານທີ່ຕິດພັນກັບສັນຍາສໍາປະທານ ເພື່ອຮັບປະກັນດ້ານເນື້ອໃນໃຫ້ມີຄວາມລະອຽດຈະແຈ້ງ, ຮັດກຸມ ແລະ ສໍາເລັດຕາມເວລາທີ່ກໍານົດ.
2. ການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ຕ້ອງມີການສຶກສາ, ເກັບກໍາ ແລະ ປະເມີນຜົນກະທົບຢ່າງລະອຽດຮອບຄອບ ແລະ ຄົບຖ້ວນ ຕໍ່ຜົນກະທົບດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ; ພ້ອມກັນນັ້ນ, ລາຄາຫົວໜ່ວຍຊົດເຊີຍ ຕ້ອງກໍານົດໃຫ້ລະອຽດ ແລະ ສົມເຫດສົມຜົນ, ບໍ່ໃຫ້ຜູ້ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫົວໜ່ວຍຫຼຸດໂຕນກັນຫຼາຍກັບລາຄາຫົວໜ່ວຍຕາມທ້ອງຕະຫຼາດ, ໃຫ້ຈ່າຍຄ່າຊົດເຊີຍສໍາເລັດກ່ອນການຈັດຕັ້ງປະຕິບັດ.
3. ສຳລັບທາງເຂົ້າ-ອອກສະຖານີຂົນສົ່ງໂດຍສານ ແລະ ສິນຄ້າ ຕ້ອງໄດ້ສຶກສາສໍາຫຼວດ-ອອກແບບ, ກໍ່ສ້າງ ແລະ ຊົດເຊີຍໃຫ້ສໍາເລັດ ຈຶ່ງຈັດຕັ້ງປະຕິບັດ; ຄົ້ນຄວ້າຈຸດຖິ້ມສິ່ງເສດເຫຼືອອອກຈາກເຂດກໍ່ສ້າງ ຫຼື ອຸໂມງ ໃສ່ດິນເປົ່າວ່າງ ຫຼື ດິນປະຊາຊົນ ຕ້ອງໄດ້ຮັບການຍິນຍອມຈາກເຈົ້າຂອງດິນ ພ້ອມທັງເຮັດບົດບັນທຶກສອງຝ່າຍທີ່ມີພາກລັດເປັນພະຍານຮັບຮູ້.
4. ຊີ້ນໍາກະຊວງການເງິນ ກໍານົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາການນໍາເຂົ້າວັດສະດຸ-ອຸປະກອນ, ພາຫະນະກົນຈັກ ແລະ ສິນຄ້າອື່ນ ທີ່ນໍາເຂົ້າຊົ່ວຄາວຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງ ນໍາໄປໃຊ້ເຂົ້າໃນເປົ້າໝາຍອື່ນຢ່າງບໍ່ຖືກຕ້ອງ; ພາຍຫຼັງກໍ່ສ້າງສໍາເລັດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ໂດຍກໍານົດໃຫ້ເປັນພັນທະຂອງຜູ້ທີ່ໄດ້ຮັບສໍາປະທານຮັບຜິດຊອບໂດຍກົງ ແລະ ກໍານົດໃຫ້ເປັນໜ້າທີ່ຂອງຜູ້ຕາງໜ້າລັດຖະບານ (ຫົວໜ້າໂຄງການ) ຕິດຕາມກວດກາຢ່າງເຂັ້ມງວດ (ບໍ່ປ່ອຍປະໃຫ້ພາຫະນະນໍາເຂົ້າຊົ່ວຄາວ ຖືກນໍາໃຊ້ຜິດກົດໝາຍອີກ).
5. ຄົ້ນຄວ້າພິຈາລະນາແບ່ງຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາໃນໄລຍະກໍ່ສ້າງ ພ້ອມທັງມີກົນໄກການປະສານງານພາຍໃນຂະແໜງການດຽວກັນ ຫຼື ຂະແໜງການທີ່ກ່ຽວຂ້ອງ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວກັນ, ຫຼີກລ່ຽງການຖິ້ມຄວາມຮັບຜິດຊອບ.
6. ການຄົ້ນຄວ້າເນື້ອໃນຮ່າງສັນຍາ ຄວນມີຫຼາຍພາກສ່ວນເຂົ້າຮ່ວມແຕ່ຫົວທີ ເປັນຕົ້ນກໍາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ; ພ້ອມກັນນັ້ນ, ຕ້ອງກໍານົດເອົາໂຄງການນີ້ ເປັນໂຄງການເປົ້າໝາຍຕິດຕາມກວດກາເລີ່ມແຕ່ຫົວທີ ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ກວດສອບໄດ້.
7. ຄົ້ນຄວ້ານະໂຍບາຍແຮງງານ ເພື່ອດຶງດູດແຮງງານລາວເຂົ້າຮັບໃຊ້ໂຄງການດັ່ງກ່າວ ເພື່ອຫຼຸດຜ່ອນໄປອອກແຮງງານຢູ່ຕ່າງປະເທດ.

