ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນວັນທີ 21 ມັງກອນ 2025 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດວ່າ : ໃນປີ 2024 ຜ່ານມາ ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 24.452 ຕື້ກີບ ເທົ່າກັບ 119,71% ລາຍຮັບສະເລ່ຍຕໍ່ຫົວຄົນ 53 ລ້ານກີບ/ຄົນ ຫຼື ເທົ່າກັບ 2.469 ໂດລາສະຫະລັດ, ໃນນີ້ຂະແໜງກະສີກໍາຂະຫຍາຍຕົວ 5,38% ກວມເອົາ 18,85% ຂອງ GDP, ຂະແໜງອຸດສະຫະກໍາຂະຫຍາຍຕົວ 5,83% ກວມ 33,26% ຂອງ GDP, ຂະແໜງບໍລິການຂະຫຍາຍຕົວ 6,14% ກວມ 46,45% ຂອງ GDP ແລະ ຂະແໜງພາສີອາກອນຂະຫຍາຍຕົວ 1,30% ກວມ 1,44% ຂອງ GDP.

ດ້ານການລົງທຶນ : ລະດົມທຶນເພື່ອການພັດທະນາ ໄດ້ທັງໝົດ 5.684,53 ຕື້ກີບ ເທົ່າກັບ 114,14%, ໃນນີ້ ການລົງທຶນຂອງລັດບັນລຸໄດ້ 505,81 ຕື້ກີບ ເທົ່າກັບ 110,25% ຂອງແຜນການປີ; ການຊ່ວຍເຫຼືອທາງການເພື່ອການພັດທະນາບັນລຸໄດ້ 223,05 ຕື້ກີບ ເທົ່າກັບ 78,82% ຂອງແຜນການປີ; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸໄດ້ 3.959,13 ຕື້ກີບ ເທົ່າກັບ 114,03% ຂອງແຜນການປີ, ລະບົບສິນເຊື່ອທະນາຄານ ປະຕິບັດໄດ້ 996,54 ຕື້ກີບ ເທົ່າກັບ 129,99%. ດ້ານການຈັດເກັບລາຍຮັບງົບປະມານ ໄດ້ຂຸດຄົ້ນທຸກແຫຼ່ງລາຍຮັບທີ່ມີ, ການຈັດເກັບລາຍຮັບ ຈາກພາສີ, ສ່ວຍສາອາກອນ ແລະ ຄຸ້ມຄອງຊັບສິນຂອງລັດ ໄດ້ນໍາໃຊ້ລະບົບທັນສະໄໝ; ການເກັບລາຍຮັບທາງດ້ານພາສີບໍ່ໄດ້ເກັບເປັນເງິນສົດ: ການເກັບລາຍຮັບດ້ານສ່ວຍສາອາກອນໄດ້ຫັນຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ, ມີມາດຕະຖານເຂົ້າສູ່ການຄຸ້ມຄອງໃນລະບົບ Tax Ris ແລະ ໄດ້ຈັດຕັ້ງປະຕິບັດສຳເລັດໃນ 10 ເມືອງທົ່ວແຂວງ ເຮັດໃຫ້ຊ່ອງຫວ່າງການຮົ່ວໄຫຼດ້ານລາຍຮັບງົບປະມານຫຼຸດລົງຢ່າງຈະແຈ້ງ, ເຮັດໃຫ້ການຈັດເກັບລາຍຮັບເກີນແຜນ 4 ປີ ຕໍ່ເນື່ອງ ແລະ ມີການເພີ່ມຂຶ້ນໃນແຕ່ລະປີ. ສະເພາະໃນປີ 2024 ໄດ້ຮັບມອບໝາຍທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ທັງໝົດ 2.417 ຕື້ກີບ, ສູນກາງໄດ້ດັດແກ້ຕົວເລກຫົກ ເດືອນທ້າຍປີຕື່ມມາເປັນ 2.434 ຕື້ກວ່າກີບ. ໝົດປີຈັດເກັບລາຍຮັບໄດ້ທັງໝົດ 4.145 ຕື້ກວ່າກີບ ເທົ່າກັບ 170,25% ຂອງແຜນການປີ ໃນນີ້ ລາຍຮັບສູນກາງ ແຜນການປີ 1.045 ຕື້ກີບ ປະຕິບັດໄດ້ 1.328 ຕື້ກວ່າກີບ, ເທົ່າກັບ 127,14% ຂອງແຜນການປີເກີນແຜນ 283 ຕື້ກີບ. ລາຍຮັບທ້ອງຖິ່ນ ແຜນການປີ 1.372 ຕື້ກີບ, ໄດ້ດັດແກ້ຕົວເລກຫົກເດືອນທ້າຍປີ ເພີ່ມຕື່ມເປັນ 1.389 ຕື້ກີບ ປະຕິບັດໄດ້ 2.816 ຕື້ກວ່າກີບ ເທົ່າກັບ 202% ຂອງແຜນການ ປີ, ເກີນແຜນ 1.427 ຕື້ກີບ (ຕົວເລກຮອດວັນທີ 31 ທັນວາ 2024) ໄດ້ດຸນດ່ຽງໃຫ້ສູນກາງຕາມແຜນດຸນດ່ຽງປີ 2024 ຈໍານວນ 708,05 ຕື້ກີບ ໄດ້ສຳເລັດ 100%. ດ້ານລາຍຈ່າຍ : ການຄຸ້ມຄອງລາຍຈ່າຍ ກໍ່ໄດ້ຫັນເຂົ້າສູ່ລະບົບທັນສະໄໝ, ການອະນຸມັດ ຂອງສູນກາງ ແລະ ທ້ອງຖິ່ນ ສາມາດກວດກາຄວາມຖືກຕ້ອງຮ່ວມກັນໄດ້ໃນແຕ່ລະວັນ. ປີ 2024 ແຜນລາຍຈ່າຍທັງໝົດ 1.101 ຕື້ກີບ ປະຕິບັດໄດ້ 1.089,01ຕື້ກີບ ເທົ່າກັບ 98%. ການໃຊ້ຈ່າຍ ເງິນເກີນແຜນຕາມຊັດສ່ວນ 50% ຂອງເງິນເກີນແຜນປີຜ່ານມາ ທີ່ລັດຖະບານມອບໝາຍໃຫ້ກໍ່ໄດ້ຈ່າຍຕາມແຜນທີ່ສະພາປະຊາຊົນຂັ້ນແຂວງຮັບຮອງ ເຊິ່ງໄດ້ນໍາໃຊ້ເຂົ້າໃນການປັປປຸງກໍ່ສ້າງເສັ້ນທາງ, ກັນຕະຝັ່ງເຈື່ອນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມວິຊາການ ແລະ ແກ້ ໄຂໜີ້ສິນທີ່ຍັງຄ້າງຜ່ານມາຈໍານວນໜຶ່ງ.
ພ້ອມນີ້, ກໍໄດ້ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍຕາໜ່າງດ້ານການສຶກສາ, ຍົກລະດັບການບໍລິການດ້ານສາທາລະນະສຸກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ.