
ຕອນເຊົ້າຂອງວັນທີ 21 ກັນຍາ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 21 ປີ(9 ກັນຍາ 2002 – 9 ກັນຍາ 2023), ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ມີບັນດາຄະນະພັກ, ສະມາຊິກພັກພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມ.



ຈຸດປະສົງ, ເພື່ອເປັນການຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະໂຄສະນາອົບຮົມແຂວງ, ສະບັບເລກທີ 623/ຄອຮຂ, ລົງວັນທີ 1 ກັນຍາ 2023 ເລື່ອງການຈັດຕັ້ງໂຄສະນາ – ປະຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 21 ປີ(9 ກັນຍາ 2002 – 9 ກັນຍາ 2023) ແລະ ເພື່ອເປັນການສະເຫຼີ່ມສະຫຼອງວັນດັ່ງກ່າວໃຫ້ມີຄວາມໝາຍ, ມີເນື້ອໃນເລິກເຊິ່ງຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະຫະພັນນັກຮົບເກົ່າແຂວງເຂົ້າສູ່ລວງເລິກ. ເພື່ອໃຫ້ສະມາຊິກພັກ – ພະນັກງານ ພາຍໃນສະພາປະຊາຊົນແຂວງຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບຄວາມໝາຍ, ຄວາມສໍາຄັນ ແລະ ປະຫວັດຄວາມເປັນມາຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ຖືເອົາໂອກາດລະນຶກວັນດັ່ງກ່າວນີ້ເປັນການສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີຄວາມເສຍສະຫຼະ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດ, ນໍາເອົາບົດຮຽນດັ່ງກ່າວໝູນໃຊ້ເຂົ້າໃນການປັບປຸງໜ້າທີ່ວຽກງານໃຫ້ມີຄຸນນະພາບ ແລະ ປະສິດທິຜົນໃຫ້ນັບມື້ສູງຂຶ້ນ. ຈາກນັ້ນ, ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນໍາພາ – ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ກັນຍາ ແລະ ວາງທິດທາງແຜນການເດືອນ ຕຸລາ 2023 ແລະ ໄດ້ມີການປະກອບຄໍາຄິດຄໍາເຫັນ ຕໍ່ເນື້ອໃນຂອງຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ, ຕີລາຄາຄືນໃນການນໍາພາ – ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງຜ່ານມາ, ເພື່ອເຫັນໄດ້ດ້ານດີຜົນງານ, ຂໍ້ຄົງຄ້າງ ແລະ ເພື່ອຊອກຫາວິທີທາງແກ້ໄຂໃນຕໍ່ໜນ້າ ໃຫ້ດີຂຶ້ນກວ່າເກົ່າ.




ໃນໂອກາດດັ່ງກ່າວ ສະຫາຍ ນ. ວັນສີ ພວງມະໄລ ຮອງເລຂາໜ່ວຍພັກສະພາປະຊາຊົນແຂວງ ໄດ້ແນະນໍາກ່ຽວກັບແບບຟອມການປະເມີນ 5 ເປັນເຈົ້າ ປະຈໍາປີ 2023 ຂອງກໍາມະບານຮາກຖານສະພາປະຊາຊົນແຂວງ ຕື່ມອີກ.
