loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເລຂາທິການສະພາປະຊາຊົນແຂວງຜົ້ງສາລີ ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II

ທ.ວ. 30, 2023 | ເຂດ 2 ຜົ້ງສາລີ

ຕອນບ່າຍ ວັນທີ 28 ທັນວາ 2023, ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາທິການສະພາປະຊາຊົນແຂວງ ຖະແຫຼ່ງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບການຜົນສໍາເລັດດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ເຊິ່ງມີເນື້ອໃນດັ່ງນີ້:

ບັນດາທ່ານທີ່ນັບຖື ແລະ ຮັກແພງ!

ຂ້າພະເຈົ້າຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ມີຄວາມຍີນດີ ແລະ ຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຮັບຊາບ!

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດໍາເນີນຢ່າງເປັນທາງການ ໃນວັນທີ 27-28 ທັນວາ 2023 ເປັນເວລາ 2 ວັນ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໂດຍການເປັນປະທານ ແລະ ນໍາພາກອງປະຊຸມຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ-ແຂວງຜົ້ງສາລີ; ມີທ່ານຮອງເຈົ້າແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ 2 ແຂວງຜົ້ງສາລີ; ສະມາຊິກສະພາປະຊາຊົນແຂວງ; ສະມາຊິກອົງການປົກຄອງແຂວງ, ປະທານແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ອົງການຈັດຕັ້ງພັກ-ລັດຂັ້ນແຂວງ, ອາດີດການນໍາແຂວງ, ອາດິດສະມາຊິກສະພາແຫ່ງຊາດ, ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ ຈໍານວນ 122 ທ່ານ, ຍິງ 14 ທ່ານ.

ກອງປະຊຸມສະໄໝສາມັນໄດ້ດໍາເນີນດ້ວຍບັນຍາກາດ ແຫ່ງການເສີມຂະຫຍາຍ ສິດປະຊາທິປະໄຕ ຂອງບັນດາສະມາຊິກສະພາປະຊາຊົນແຂວງ ໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ອອກເປັນມະຕິດັ່ງນີ້:

  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024;
  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024;
  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການກວດສອບປະຈໍາພາກເໜືອ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ແລະ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈໍາປີ 2022
  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024; ບົດລາຍງານຜົນການຕິດຕາມກວດກາ ແລະ ແກ້ໄຂຕາມຜົນຂອງການກວດສອບ ປະຈໍາປີ 2021;
  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024;
  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024;
  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງສະພາປະຊາຊົນແຂວງ ຊຸດທີ II;

ນອກຈາກການພິຈາລະນາ, ຮັບຮອງບັນຫາສໍາຄັນຂອງແຂວງ ຍັງໄດ້ຮັບຟັງ ການຊີ້ແຈງຈາກ​ 6 ພາກສ່ວນ ຕໍ່ກອງປະຊຸມຄັ້ງນີ້ ກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ຊຶ່ງສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມ ປະກອບມີ:

  1. ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຊີ້ແຈງ ກ່ຽວກັບການນໍາເຂົ້າ-ສົ່ງອອກ ສິນຄ້າພາຍໃນ ແລະ ຕ່າງປະເທດ ໂດຍສະເພາະສິນຄ້າຜະລິດພາຍໃນ; ຊີ້ແຈງ ກ່ຽວກັບການຄຸ້ມຄອງ ແລະ ກຳນົດລາຄາຊາດີບ-ຊາແຫ້ງ ແລະ ລາຄາຢາງພາລາ; ຊີ້ແຈງ ກ່ຽວກັບ ການຄຸ້ມຄອງໃນການຂົນສົ່ງສັດໃຫຍ່ (ງົວ, ຄວາຍ) ອອກນອກປະເທດ ແລະ ການບໍລິການຊີງຊັ່ງປາຍທາງ ຢູ່ດ່ານລານຕຸ້ຍ;
  2. ພະແນກການເງິນແຂວງ ຊີ້ແຈງ ກ່ຽວກັບການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານ ຕາມ ມາດຕາ 6, ມາດຕາ 52 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ;
  3. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຊີ້ແຈງກ່ຽວກັບການກວດກາ ແກ້ໄຂຕາມຜົນການກວດສອບ ຂອງບັນດາໂຄງການເຊົ່າ-ສຳປະທານທີ່ດິນລັດ ໂດຍສະເພາະລົງເລິກໂຄງການ ສຳປະທານປູກຢາງພາລາ;
  4. ອົງການກວດກາແຂວງ ຊີ້ແຈງ ຄຳ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ເລກທີ 49/ຄປຈຂ, ລົງວັນທີ 31 ພຶດສະພາ 2021 ກ່ຽວກັບກອງປະຊຸມວ່າດ້ວຍການຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ຂອງອົງການກວດລັດແຂວງ ຢູ່ໃນທິດທາງແຜນການ 2021-2025) ໃນຈໍານວນ 15 ຂໍ້);
  5. ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຊີ້ແຈງ ກ່ຽວກັບການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕ້ານ ແລະ ສະກັດກັ້ນບັນຫາການລະເມີດກົດຈາລະຈອນ (ໂດຍສະເພາະໃນເທດສະບານແຂວງ); ຊີ້ແຈງກ່ຽວກັບແຜນຄຸ້ມຄອງ ແລະ ສ້າງອາຊີບໃຫ້ຜູ້ທີ່ມາບໍາບັດ ຢູ່ສູນບໍາບັດ ແລະ ປິ່ນປົວຜູ້ຕິດສິ່ງເສບຕິດ ຂອງແຂວງ;
  6. ພະແນກຍຸຕິທໍາແຂວງ ຊີ້ແຈງ ກ່ຽວກັບການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ສະບັບເລກທີ 18/ຂຕ.ອ, ລົງວັນທີ 29 ພຶດສະພາ 2019

ບັນດາທ່ານທີ່ນັບຖື ແລະ ຮັກແພງ!

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ມີປະຊາຊົນສົ່ງຄໍາຄິດເຫັນ, ຄໍາສະເໜີຜ່ານໂທລະສັບສາຍດ່ວນ ທັງໝົດ 4 ສາຍ ມາຍັງກອງປະຊຸມ. ຊຶ່ງເນື້ອໃນຄໍາສະເໜີດັ່ງກ່າວ ພົວພັນເຖິງ ການບໍລິການຂອງລັດ, ຕໍ່ກັບຄໍາຄິດຄໍາເຫັນຂອງປະຊາຊົນທີ່ສົ່ງມາທາງ ໂທລະສັບສາຍດ່ວນ ດັ່ງກ່າວ ກອງເລຂາກອງປະຊຸມໄດ້ສັງລວມ, ລາຍງານໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ແລະ ມອບໃຫ້ບັນດາຄະນະກໍາມະການຂອງສະພາປະຊາຊົນແຂວງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ອີກເທື່ອໜຶ່ງຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຂ້າພະເຈົ້າ ຂໍຂອບໃຈມາຍັງ ບັນດາທ່ານ ການນໍາພັກ-ລັດທຸກຂັ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ-ປັນຍາຊົນ, ນັກທຸລະກິດ, ຊາວຜູ້ອອກແຮງານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ທີ່ໄດ້ຕິດຕາມກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຄັ້ງນີ້;

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງສື່ມວນຊົນ ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ກອງບັນຊາການທະຫານແຂວງ ທີ່ໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເກັບກໍາຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ຢ່າງທັນການກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6  ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ແກ່ສັງຄົມຮັບຊາບຢ່າງທົ່ວເຖິງ

ຂໍຂອບໃຈ

 

ພາບ-ຂ່າວ: ສູນທອງ